ເພີ່ມທະວີການແລກປ່ຽນ,ຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມແລະສະພາແຫ່ງຊາດກູບາ

ເພີ່ມທະວີການແລກປ່ຽນ,ຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມແລະສະພາແຫ່ງຊາດກູບາ - ảnh 1
ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ຕ້ອນຮັບທ່ານເລຂາ​ສະພາແຫ່ງລັດກູບາ Homero Acosta Alavarez
ພາບ: internet

(vovworld)-ຕອນ​ບ່າຍ​ວັນ​ທີ 15/10, ຢູ່​ສຳນັກງາ​ນສະພາ​ແຫ່ງ​ຊາດ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໄດ້​ຕ້ອນຮັບ​ຄະນະ​ເລ​ຂາ​ສະພາ​ແຫ່ງ​ລັດ ກູ​ບາ, ​ໂດຍ​ເລຂາ​ສະພາ Homero Acosta Alavarez ​ເປັນ​ຫົວຫນ້າ​ຄະນະ ພວມ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ຫວຽດນາມ.      ທ່າ​ນນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຖື​ວ່າ: ການ​ຢ້ຽມຢາມ​ປະ​ກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ, ​ແບ່ງ​ບັນ​ບົດຮຽນ, ນຳ​ການ​ພົວພັນ​ສາມັກຄີ, ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ຢ່າ​ງ​ເລິກ​ເຊິ່ງ ​ແລະ ​ແທດ​ຈິງ​ກວ່າ. ທ່ານ​ນາງ​ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຖື​ວ່າ: ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຢ້ຽມຢາມ​ຂັ້ນ​ສູງຄັ້ງ​ຕ່າງໆ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ​ເພື່ອ​ເປັນ​ເອກະ​ພາບ ​ແລະ ກຳນົດ​ທິດ​ໃຫ້​ແກ່​ການ​ຊຸກຍູ້​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ນັບ​ມື້​ນັບ​ແທດ​ຈິງ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດກວ່າ. ທ່ານ​ເລຂາ​ສະພາ​ແຫ່ງ​ລັດ ກູ​ບາ Homero Acosta Alvarez ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່ຫນ້າ​ບັນດາ​ຜົນງານ​ຂອງ​ຫວຽດນາມ​ໃນ​ໄລຍະ​ປ່ຽນ​ແປງ​ໃຫມ່ ​ແລະ ກໍ່ສ້າງ​ສັງຄົມ​ນິຍົມ ພ້ອມ​ທັງ​ເນັ້ນ​ຫນັກ​ວ່າ: ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້​ຂອງ​ຄະນະ​ແມ່ນ​ເພື່ອ​ຊອກ​ຫາ​ຂໍ້​ມູນ​ຂ່າວສານ,​ ຮຳ່ຮຽນ​ເອົາ​ບົດຮຽນ​ຂອງ​ຫວຽດນາມ, ​ເປັນ​ຕົ້ນ​ແມ່ນ​ການ​ປະຕິ​ຮູບ​ດ້ານ​ຕຸລາການ ​ແລະ ສ້າງ​ກົດໝາຍ​ໃນ​ວິວັດ​ການ​ປ່ຽນ​ແປງ​ໃຫມ່.

ຕອນ​ບ່າຍ​ວັນ​ດຽວ​ກັນ,  ທ່ານ​ເລ​ຮົ່ງ​ແອ​ງ ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ເລຂາ​ສູນ​ກາງ​ພັກ ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ ສະພາ​ແຫ່ງ​ລັດ ກູ​ບາ. ນະ​ທີ່​ນີ້ ທ່ານ​ເລ​ຮົ່ງ​ແອ​ງ ຕີ​ລາ​ຄາ​ສູງ​ໝາກຜົນ​ການ​ເຮັດ​ວຽກ​ຂອງ​ຄະນະ​ກັບ​ບັນດາ​ການ​ນຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ກໍ່​ຄື​ບັນດາ​ພະນັກງານ, ຜູ້​ຊ່ຽວຊານ​ກ່ຽວ​ກັບ​ການ​ສ້າງ​ກົດໝາຍ, ຕຸລາການ​ຂອງ​ຫວຽດນາມ ​ແລະ ຖື​ວ່າ ນີ້​ແມ່ນ​ບາດກ້າວ​ຜັນ​ຂະຫຍາຍ​ຢ່າງ​ລະອຽດບັນດາ​ຂໍ້​ຕົກລົງ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ, ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ

 

ຂ່າວ/ບົດ​ອື່ນ