ເພີ່ມທະວີການໂຄສະນາວັດທະນະທຳຖະແຫຼງຂ່າວຢູ່ເຂດຊາຍແດນ, ທະເລເກາະ

ເພີ່ມທະວີການໂຄສະນາວັດທະນະທຳຖະແຫຼງຂ່າວຢູ່ເຂດຊາຍແດນ, ທະເລເກາະ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ກ່າວຄຳເຫັນທີ່​ກອງ​ປະຊຸມ

(vovworld) - ເພີ່ມ​ທະວີ​ການ​ໂຄສະນາ​ວັດທະນະທຳ​ຖະ​ແຫຼ​ງ​ຂ່າວ​ຢູ່​ເຂດ​ຊາຍ​ແດນ, ​ທະ​ເລເກາະ. ນັ້ນ​ແມ່ນ​ຄຳ​ສັ່ງ​ຊີ້​ນຳ​ຂອງທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ທີ່​ກອງ​ປະຊຸມ​ສະຫຼຸບ 20 ປີ ​ແຫ່ງ​ການ​ປະຕິບັດ​ໂຄງການ​ສົມທົບ​ກັນ ”ຍູ້​ແຮງ ​ແລະ ຍົກ​ສູງ​ຄຸນນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ວັດທະນະທຳ ຖະ​ແຫຼ​ງຂ່າວຢູ່​ເຂດ​ຊາຍ​ແດນ, ​ຝັ່ງທະ​ເລ” ລະຫວ່າງ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ​ແລະ ກອງ​ບັນຊາ​ການ​ທະຫານປ້ອງ​ກັນ​ຊາຍ​ແດນ ​ເຊິ່ງຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 31/3 ຢູ່​ຮ່າ​ໂນ້ຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ, ​ເລື່ອງ​ເບິ່ງ​ແຍງ​ດູ​ແລ​ທາງ​ດ້ານ​ວັດທະນະທຳ ​ແລະ ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ​ບັນ​ດາ​ເຜົ່າ​ຢູ່​ເຂດ​ຊາຍ​ແດນ, ໝູ່​ເກາະ ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ກົນອຸບາຍ​ແບ່ງ​ແຍກ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ປະລາ​ໄຊ. ປັບປຸງ​ທ່າ​ຮົບ​ທົ່ວ​ປວງ​ຊົນປ້ອງ​ກັນຊາ​ດ, ປະຊາຊົນປ້ອງ​ກັນຄວາມ​ສະຫງົບ, ຍົກ​ສູງຄຸນ​ນະພາ​ບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ຂະ​ແໜງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ແລະ ທະຫານ​ປ້ອງ​ກັນຊາ​ຍ​ແດນ ຄວນ​ສືບ​ຕໍ່​ປ່ຽນ​ໃໝ່​ວິທີ​ໂຄສະນາ, ວິທີ​ສຳ​ພັດ, ມີ​ຄວາມ​ໃກ້ຊິດຕິດ​ແທດ​ກັບ​ປະຊາຊົນ, ນຳ​ໃຊ້​ພາສາ​ຂອງ​ຊາວ​ທ້ອງ​ຖີ່​ນ, ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງ​ບັນດາ​ເຜົ່າ.

 

ຂ່າວ/ບົດ​ອື່ນ