ກອງປະຊຸມຂອງສະພາແຫ່ງຊາດຫວຽດນາມ
ພາບປະກອບ:internet
|
(vovworld)- ຕອນເຊົ້າວັນທີ 29/3 ຢູ່ ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ສົມທົບກັບສະຖານທູດ ອັງກິດ ຈັດຕັ້ງກອງປະຊຸມໂຄສະນາເຜີຍແຜ່ກ່ຽວກັບສະພາແຫ່ງຊາດ ໃຫ້ແກ່ ນັກສຶກສາກວ່າ 200 ຄົນທີ່ມາຈາກບັນດາມະຫາວິທະຍາໄລຢູ່ ບໍລິເວນ ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊີ້ຢູງ ຮອງປະທານຫ້ອງວ່າການສະພາແຫ່ງຊາດຫວຽດນາມໄດ້ເນັ້ນຫນັກວ່າ: ກອງປະຊຸມໂຄສະນາເຜີຍແຜ່ກ່ຽວກັບສະພາແຫ່ງຊາດໃຫ້ແກ່ນັກສຶກສາແມ່ນເວທີປາໄສເພື່ອຊ່ວຍໃຫ້ບັນດາ ສະມາຊິກສະພາແຫ່ງຊາດ ມີໂອກາດແລກປ່ຽນບັນດາຄວາມຮູ້ພື້ນຖານກ່ຽວກັບສະພາແຫ່ງຊາດ, ອົງການກ່ຽວຂ້ອງຂອງສະພາແຫ່ງຊາດໃຫ້ແກ່ນັກຮຽນ, ປະກອບສ່ວນຍົກສູງຄວາມຮັບຮູ້ສັງຄົມ ພ້ອມທັງຝືກຝົນຫລໍ່ຫລອມດ້ານການເມືອງໃຫ້ແກ່ນັກຮຽນ. ທ່ານ Ahdrew Holt, ຕາງຫນ້າສະຖານທູດ ອັງກິດ ປະຈຳຫວຽດນາມ, ປາດຖະຫນາຢາກສະພາແຫ່ງຊາດຫວຽດນາມ ສືບຕໍ່ມີການເຄື່ອນໄຫວສົ່ງເສີມບັນດານັກສຶກສາເອົາໃຈໃສ່ເຖິງບັນຫາກ່ຽວຂ້ອງເຖິງດ້ານການເມືອງ, ນະໂຍບາຍກວ່າເພື່ອກາຍເປັນບັນດາການນຳປີຊາສາມາດຂອງຫວຽດນາມ ໃນອະນາຄົດ.