ເພີ່ມທະວີຄວາມສະຫນິດຕິດພັນ ແລະ ເອກະພາບລະຫວ່າງບັນດາປະເທດສະມາຊິກ ອາຊຽນ

ເພີ່ມທະວີຄວາມສະຫນິດຕິດພັນ ແລະ ເອກະພາບລະຫວ່າງບັນດາປະເທດສະມາຊິກ ອາຊຽນ - ảnh 1
ທ່ານ ສຸຣິນ ພິດ​ສຸວັນ ​ເລຂາທິການ​ໃຫຍ່ ອາ​ຊຽນ
ພາບ: internet

(vovworld) - ວັນ​ທີ 25/7, ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ຢູ່​ສຳນັກງານ​ຄະນະ​ເລຂາ ອາ​ຊຽນ ຢູ່ ອິນ​ໂດ​ເນ​ເຊຍ ກ່ຽວ​ກັບ​ໝາກຜົນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຄັ້ງ​ທີ 45 (AMM -45) ​ແລະ ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ພາຍ​ຫລັງ AMM - 45 ຢູ່ ພະນົມ​ເປັນ ປະ​ເທດ​ກຳປູ​ເຈຍ ທີ່ຜ່ານ​ມາ, ທ່ານ ສຸຣິນ ພິດ​ສຸວັນ ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເນັ້ນ​ຫນັກ​​ເຖິງຄວາມ​ຈຳ​ເປັນ​ເພີ່ມ​ທະວີຄວາມ​ສະຫນິດ​ຕິດ​ພັນ ​ແລະ ​ເປັນ​ເອກະ​ພາ​ບລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ​ພາຍ​ໃນ​ກຸ່ມ. ​ເມື່ອ​ຫວນ​ຄືນ​ວິວັດ​ການ​ກໍ​ຄື​ບັນດາ​ໝາກຜົນ​ບັນລຸ​ໄດ້​ຢູ່ AMM -45 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ພາຍຫລັງ AMM - 45 ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ຕາມ​ກົນ​ໄກ ອາ​ຊຽນ +1, ອາ​ຊຽນ +3 ​ແລະ ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ ຄັ້ງ​ທີ 19, ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ສຸຣີນ ພິດ​ສຸວັນ ​ໃຫ້​ຮູ້​ວ່າ: ບັນດາ​ປະ​ເທດ ອາ​ຊຽນ ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງສູງ​ກ່ຽວ​ກັບ​ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ເຊື່ອມ​ຕໍ່​ແລະ ການ​ເຊື່ອມ​ໂຍງ​ອາ​ຊຽນ, ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ລວມ​ໃນ​ປີ 2015 ກໍ​ຄື​ບັນຫາ​ກ່ຽວຂ້ອງ​ເຖິງ​ຖະ​ແຫລ​ງການ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ ອາ​ຊຽນ. ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ໄດ້​ເຫັນ​ດີ​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ເພື່ອ​ຮັບປະກັນ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ຢືນຢັນ​ວ່າ: ອາ​ຊຽນ ​ແມ່ນ​ກຸ່ມ​ເປັນ​ເອກະ​ພາບ ​ແຕ່​ຕ້ອງ​ເພີ່ມ​ທະວີ​ຄວາມສະຫນິດ​ຕິດ​ພັນ​ລະຫວ່າງ​ບັນດາ​ສະມາຊິກ​ກວ່າ​ອີກ.​ ທ່ານ​ ສຸຣິນ ​ເນັ້ນ​ຫນັກ​ວ່າ: ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ບັນຫາ​ສັບ​ສົມ, ​ເລື່ອງ​ແກ້​ໄຂ​ບັນຫາ​ນີ້​​ແມ່ນ​ຕ້ອງການ​​ເວລາ​ກໍ​ຄື​ເຈດ​ຈຳນົງ​ດີ​ຂອງ​ທຸກ​ຝ່າຍ​ກ່ຽວຂ້ອງ ​ແລະ ຕ້ອງ​ແກ້​ໄຂບັນຫາ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ ​ເປັນ​ຕົ້ນ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982/.

 

ຂ່າວ/ບົດ​ອື່ນ