ເພີ່ມທະວີບົດບາດແລະການເຂົ້າຮ່ວມຂອງຄົນພິການໃນປະຊາຄົມອາຊຽນ
ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ
(ພາບ: AFP/TTXVN)
(vovworld) - ວັນທີ 29/07, ຢູ່ສຳນັກງານຄະນະເລຂາອາຊຽນ ໄດ້ດຳເນີນກອງປະຊຸມສຳມະນາ “ຫຼັກການສຳພັດ, ມາດຕະຖານ ແລະ ການອອກແບບ” ໂດຍຄະນະເລຂາອາຊຽນ ສົມທົບກັນສູນພັດທະນາອາຊີ ປາຊີຟິກ ກ່ຽວກັບຄົນພິການ ຈັດຕັ້ງຂຶ້ນ. ເຂົ້າຮ່ວມກອງປະຊຸມສຳມະນາມີຜູ້ຕາງໜ້າຄະນະຜູ້ແທນປະເທດຕ່າງໆປະຈຳອາຊຽນ, ບັນດາອົງການສັງຄົມພົນລະເຮືອນ ແລະ ບັນດາອົງການຈັດຕັ້ງສາກົນ.
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ ເນັ້ນໜັກວ່າ, ອາຊຽນ ມີບັນດາຄວາມມານະພະຍາຍາມຢ່າງຍາວນານ ແລະ ຂໍ້ລິເລີມເພື່ອຊຸກຍູ້ປະຊາຄົມອາຊຽນ, ອີງໃສ່ວິວັດທະນາການກໍ່ສ້າງປະຊາຄົມອາຊຽນ ປີ 2015 ແລະ ປະຊາຄົມອາຊຽນ ປີ 2025. ອາຊຽນ ກໍມີຖະແຫຼງການ ບາລີ ກ່ຽວກັບບົດບາດ ແລະ ການເຂົ້າຮ່ວມຂອງຄົນພິການໃນປະຊາຄົມອາຊຽນ… ນອກຈາກການປະກາດໃຊ້ກົນໄກລະຫວ່າງຂະແໜງ ແລະ ວິທີສຳພັດຢູ່ທັງ 3 ເສົ້າຄ້ຳຂອງປະຊາຄົມອາຊຽນ, ສິ່ງທ້າທາຍຕົ້ນຕໍ່ໃນປະຈຸບັນແມ່ນການປະຕິບັດບັນດານະໂຍບາຍ ແລະ ລາຍການສະອຽດເພື່ອມອບສິດໃຫ້ຄົນພິການ. ກອງປະຊຸມກໍ່ເຕື້ອງເຖິງກອບຍຸດທະສາດກ່ຽວກັບການພັດທະນາ ແລະ ສະຫວັດດີການສັງຄົມ 2016 – 2020 ຂອງອາຊຽນ, ຢັ້ງຢຶນຄົນພິການແມ່ນໜຶ່ງໃນບັນດາຂົງເຂດບຸລິມະສິດຕົ້ນຕໍ່.