ເພີ່ມທະວີວຽກງານຂົນຂວາຍປະຊາຊົນບັນດາເຜົ່າເຂົ້າຮ່ວມ
ກໍ່ສ້າງແລະພັດທະນາເສດຖະກິດ,ວັດທະນະທຳ,ສັງຄົມ
(vovworld) - ໂດຍຜ່ານ 5 ປີແຫ່ງການປະຕິບັດໂຄງການສົມທົບວຽກງານ, ຄະນະຂົນຂວາຍປະຊາຊົນສູນກາງ ແລະ ຄະນະກຳມະການຊົນເຜົ່າໄດ້ຕັ້ງໜ້າສົມທົບກັນໃນວຽກງານຊີ້ນຳ, ແນະນຳບັນດາຫົວໜ່ວຍໂຄສະນາ, ຂົນຂວາຍບັນດາອົງການຈັດຕັ້ງຫົວໜ່ວຍ, ພິເສດແມ່ນລະບົບການເມືອງຢູ່ຂັ້ນຮາກຖານເຂດຊົນເຜົ່າສ່ວນໜ້ອຍ ປະຕິບັດບັນດາຄຳສັ່ງ, ມະຕິ, ແຜນນະໂຍບາຍນະໂຍບາຍຂອງພັກ ແລະ ລັດກ່ຽວກັບວຽກງານຊົນເຜົ່າເປັນຢ່າງດີ. ກ່າວຄຳເຫັນທີ່ກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດໂຄງການສົມທົບວຽກງານຂົນຂວາຍປະຊາຊົນຢູ່ເຂດຊົນເຜົ່າສ່ວນໜ້ອຍ (ໄລຍະ 2011 - 2015) ດຳເນີນໃນຕອນເຊົ້າວັນທີ 17/08 ຢູ່ ຮ່າໂນ້ຍ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ສະເໜີຄະນະຂົນຂວາຍປະຊາຊົນສູນກາງ ແລະ ຄະນະກຳມາະການຊົນເຜົ່າ ຄວນສົມທົບກັນຢ່າງແໜ້ນແຟ້ນກ່ວາອີກ ໃນການຂົນຂວາຍປະຊາຊົນບັນດາເຜົ່າສ່ວນໜ້ອຍເຂົ້າຮ່ວມໃນການກໍ່ສ້າງ ແລະ ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ເສີມຂະຫຍາຍນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ ຕິດພັນກັບບັນດາຂະບວນການແຂ່ງຂັນຮັກຊາດຢູ່ທ້ອງຖິ່ນ. ທ່ານນາງ ເຈືອງທິມາຍ ກໍ່ສະເໜີ 2 ອົງການຄວນເພີ່ມທະວີວຽກງານຕິດຕາມກວດກາການປະຕິບັດແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດໃນທຸກຂົງເຂດ, ໃນນັ້ນ ມີວຽກງານຂົນຂວາຍປະຊາຊົນ, ວຽກງານຊົນເຜົ່າ, ສາສະໜາ.