(vovworld) - ວັນທີ 5/12, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ຈັດກອງປະຊຸມຮັບເອົາຄຳເຫັນຂອງວິສາຫະກິດທ່ອງທ່ຽວ ເພື່ອຮັບໃຊ້ໃຫ້ວຽກງານຄຸ້ມຄອງລັດກ່ຽວກັບການທ່ອງທ່ຽວ ແລະ ກອງປະຊຸມຄະນະຊີ້ນຳແຫ່ງລັດກ່ຽວກັບການທ່ອງທ່ຽວປີ 2012 ຢູ່ເຂດພາກເໜືອ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຢີນ, ຫົວໜ້າຄະນະຊີ້ນຳແຫ່ງລັດກ່ຽວກັບການທ່ອງທ່ຽວ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່ວາງຕ໋ວນແອງ (Hoang Tuan Anh) ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ. ປີ 2012 ຂະແໜງທ່ອງທ່ຽວຫວຽດນາມ ສູ້ຊົນຕ້ອນຮັບນັກທ່ອງທ່ຽວສາກົນໃຫ້ໄດ້ 6,6 ລ້ານເທື່ອຄົນ, ແຂກທ່ອງທ່ຽວພາຍໃນປະເທດ 22 ລ້ານເທື່ອຄົນ. ໃນ 10 ເດືອນຕົ້ນປີ 2012, ຍອດລາຍຮັບຂອງທົ່ວຂະແໜງບັນລຸໄດ້ 110.000 ຕື້ດົງເພີ່ມຂຶ້ນ 15% ເມື່ອທຽບໃສ່ໄລຍະດ່ຽວກັນຂອງປີ 2011. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໂຮ່ແອງຕ໋ວນ ເນັ້ນໜັກວ່າ.
“ວິສາຫະກິດທ່ອງທ່ຽວຫວຽດນາມ ແມ່ນພາກສ່ວນທີ່ເປັນພື້ນຖານໃນການຕັດສິນການພັດທະນາຂອງຂະແໜງການທ່ອງທ່ຽວຫວຽດນາມ, ມີການພັດທະນາດ້ານຈຳນວນ, ຄຸນນະພາບເພີ່ມຂຶ້ນ ແຕ່ຍັງຖືລັກສະນະກຸ້ມຕົນເອງ. ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ຂະແໜງທ່ອງທ່ຽວຫວຽດນາມ ພັດທະນາຢ່າງໝັ້ນຄົງ, ພວກຂ້າພະເຈົ້າສະເໜີໃຫ້ບັນດາວິສາຫະກິດທ່ອງທ່ຽວປະກອບວິທີໃຫ້ແກ່ການພັດທະນາຂອງຂະແໜງການທ່ອງທ່ຽວ”.
ທີ່ກອງປະຊຸມ, ບັນດາວິສາຫະກິດໄດ້ປະກອບຫຼາຍຄຳເຫັນໃຫ້ແກ່ການຍົກສູງຄຸນນະພາບຂອງຂະແໜງການທ່ອງທ່ຽວຫວຽດນາມ, ພິເສດແມ່ນຊຸກຍູ້ບັນດາເຄື່ອງໝາຍການຄ້າຢ່າງແຂງແຮງ, ຊຸກຍູ້ຄວາມສາມາດບົ່ມຊ້ອນຂອງຂະແໜງການທ່ອງທ່ຽວຫວຽດນາມ; ພັດທະນາວິສາຫະກິດຕາມທິດຫັນເປັນທັນສະໄໝ ແຕ່ຍັງຄົງຮັກສາໄດ້ສີສັນວັດທະນະທຳຂອງຊາດ; ຍົກສູງລັກສະນະວິຊາການໃນການເຄື່ອນໄຫວດ້ານການທ່ອງທ່ຽວ.