ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ກຳປູເຈຍ

(VOVWORLD) -ຕອນຄ່ຳວັນທີ 11 ທັນວາ, ສະຖານທູດແຫ່ງລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ ທີ່ຮ່າໂນ້ຍ ໄດ້ຈັດງານລ້ຽງຂ່ຳນັບຊົມເຊີຍ 64 ປີແຫ່ງວັນຊາດລາຊະອານາຈັກກຳປູເຈຍ (09 ພະຈິກ 1953 – 09 ພະຈິກ 2017) ແລະ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ກຳປູເຈຍ (24 ມິຖຸນາ 1967 – 24 ມິຖຸນາ 2017).

ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ກຳປູເຈຍ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ

(ພາບ: VTV)

ທີ່ງານລ້ຽງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງບັນດາອົງການ, ຄະນະ, ຂະແໜງການທີ່ກ່ຽວຂ້ອງລະຫວ່າງ 2 ປະເທດ ໄດ້ຈັດຕັ້ງບັນດາເຫດການໃນປີມິດຕະພາບຫວຽດນາມ - ກຳປູເຈຍ ຢ່າງມີຄວາມໝາຍ, ແທດຈິງ ແລະ ມີປະສິດທິຜົນ; ປະກອບສ່ວນສຶກສາປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມໃຫ້ມີຄວາມເຂົ້າໃຈຕື່ມອີກກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ຊາດ.

        ສ່ວນທ່ານເອກອັກຄະລັດຖະທູດກຳປູເຈຍ ປະຈຳຫວຽດນາມ Prak Nguon Hong ເນັ້ນໜັກວ່າ, ການພົວພັນລະຫວ່າງ 2 ປະເທດພວມພັດທະນາອັນດີງາມໃນຫຼາຍດ້ານ, ນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ປະຊາຊົນ 2 ປະເທດ. 2 ຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ; ທາງດ້ານການຄ້າ ແລະ ການລົງທຶນໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ