ເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ,ຮ່ວມມືສື່ສານຫວຽດນາມ-ກຳປູເຈຍ

ເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ,ຮ່ວມມືສື່ສານຫວຽດນາມ-ກຳປູເຈຍ - ảnh 1
ທ່ານນາຍົກລັດຖະມົນຕີລາຊະ​ອານາຈັກ ກຳປູ​ເຈຍ
 Samdech Hun Sen ​ແລະ ​ທ່ານ ​ເຈືອງ​ມີ​ງຕ໋ວນ
(ພາບ: ປະຊາຊົນ)

(vovworld) - ​ ​ ​ ຕອນ​ບ່າຍ​ວັນ​ທີ 22/09, ທ່ານນາຍົກລັດຖະມົນຕີລາຊະ​ອານາຈັກ ກຳປູ​ເຈຍ ທ່ານ Samdech Hun Sen ​ໃຫ້ການ​ຕ້ອນຮັບ​ທ່ານ ​ເຈືອງ​ມີ​ງຕ໋ວນ ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ນຳ​ໜ້າ​ຄະນະ​ຜູ້​ແທນ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ທີ່​ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ກຳປູ​ເຈຍ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ Hun Sen ​ເນັ້ນ​ໜັກ​ວ່າ​: 2 ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ໂຄສະນາ, ຊ່ວຍ​ເຫຼືອ ​ແລະ ສ້າງ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ກ່ວາ​ອີກ​ ​ໃນ​ການ​ຮ່ວມ​ມື, ​ແລກປ່ຽນ​ໃນ​ຂົງ​ເຂດ​ຖະ​ແຫຼ​ງຂ່າວ, ສື່ສານ, ຜ່ານ​ນັ້ນ ປະກອບສ່ວນ​ເຮັດ​ໃຫ້​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ດີງາມ​ກ່ວາ.

        ສວ່ນທ່ານ​ລັດຖະມົນຕີ ​ເຈືອງ​ມີ​ງຕ໋ວນ ກໍ່ຂອບ​​ໃຈ​ທ່ານ​ນາຍົກລັດຖະມົນຕີ Hun Sen ​ໄດ້​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ໜູນ​ຊ່ວຍ, ສະໜັບສະໜູນ​ໃຫ້​ບັນດາ​ໂຄງການ, ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ຫວຽດນາມ - ກຳປູ​ເຈຍ ​ໃນ​ຂົງ​ເຂດ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ໃນ​ໄລຍະ​ຜ່ານ​ມາ; ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບການ​ສະ​ໜັບສະ​ໜູນ​ຈາກ​ທ່ານ​ນາຍົກລັດຖະມົນຕີ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

 

 

ຂ່າວ/ບົດ​ອື່ນ