ເພື່ອເພີ່ມທະວີຄວາມສາມາດແກ່ງແຍ່ງ, ຫວຽດນາມ ຕ້ອງຍູ້ແຮງການປະຕິຮູບ

ເພື່ອເພີ່ມທະວີຄວາມສາມາດແກ່ງແຍ່ງ, ຫວຽດນາມ ຕ້ອງຍູ້ແຮງການປະຕິຮູບ - ảnh 1
(ພາບປະກອບ)
(vovworld)- ​ໃນ​ບົດ​ລາຍ​ງານ​ອັນ​ດັບ​ໜຶ່ງ​ເຊິ່ງ​ປະກາດ​ໃນ​ວັນ​ທີ 09/04/2013 ຢູ່​ຮ່າ​ໂນ້ຍ, ຫວຽດນາມ, ທະນາຄານ​ພັດທະນາ​ອາຊີ (ADB) ​ໃຫ້​ຮູ້​ວ່າ ພື້ນຖານ​ເສດຖະກິດ​ຫວຽດນາມ​ ມີສະຖຽນ​ລະ​ພາບ​ໃນ​ປີ 2012 ຍ້ອນ​ເລື່ອງ​ຮັດ​ແໜ້ນ​ນະ​​ໂຍບາຍ​ກ່ອນ​ນັ້ນ ​ໄດ້​ຄວບ​ຄຸມ​ໄຟ​ເງິນ​ເຟີ້ ​ແລະ ປັບປຸງ​ດຸນ​ຊຳ​ລະ. ການ​ເຕີບ​ໂຕ​ດ້ານ​ເສດຖະກິດຊັກ​ຊ້າລົງ​ພາ​ໄປ​ເຖິງ​​ເລື່ອງຜ່ອນຄາຍນະ​ໂຍບາຍ​ເງິນຕາ​ໃນ​ປີ 2012, ​ແຕ່​ການ​ເຄື່ອນ​ໄຫວສິນ​ເຊື່ອ​ຍັງຖືກ​ຈຳ​ກັດ​ຢູ່ ຍ້ອນ​ບໍ່​ມີ​ຄວາມກະຈ່າງ​ແຈ້ງ​ກ່ຽວ​ກັບ​ສະພາບ​ການ​ເງິ​ນຂອງ​ບັນດາ​ທະນາຄານ. ການ​ຟື້ນ​ຕົວ​ຂອງ​ພື້ນຖານ​ເສດຖະກິດ​ອີ່ງ​ໃສ່​ການ​​ຍູ້​ແຮງ​ການ​ປະຕິ​ຮູບ​ໃນ​ຂົງ​ເຂດ​ທະນາຄານ ​ແລະ ບັນດາ​ລັດວິ​ສາ​ຫະກິດ. ADB ​ຖື​ວ່າ ​ເລື່ອງ​ປະຕິບັດ​ ​ບັນດາ​ການ​ປະຕິ​ຮູບ​ໂຄງ​ປະກອບຢ່າງ​ມີ​ປະສິດທິ​ຜົນຕ້ອງການ​ມີ​ວິທີ​ສຳ​ພັດ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ ​ແລະ ມີ​ການເລືອ​ກ​ເຟັ້ນກວ່າ. ທ່ານ Tomoyuki Kimura, ຜູ້ອຳ​ນວຍ​ການ​ແຫ່ງ​ຊາດ​ຂອງ ADB ປະຈຳ​ຫວຽດນາມ ຊີ້​ແຈ້ງວ່າ.

        “ລັດຖະບານ​ຄວນມີ​ວິທີ​ສຳ​ພັດທີ່​ມີ​ລັກສະນະ​ຍຸດ​ທະ​ສາດ ​ແລະ ມີ​ການເລືອ​ກ​ເຟັ້ນສຳລັບການ​ສ້າງ​ໂຄງ​ປະກອບ​ບັນດາ​ລັດວິ​ສາ​ຫະກິດຄືນ​ໃໝ່ ຍ້ອນ​ບໍ່​ສາມາດ​ປະຕິບັດ​ທັງ​ໝົດ​ໃນ​ພາບດຽວ​ໄດ້. ຜົນ​ສຳ​ເລັດ ​ແລະ ຄວາມ​ກ້າວໜ້າ​ໃນ​ເບື້ອງ​ຕົ້ນ​ສາມາດ​ສ້າງ​ກຳລັງ​ໜູນໃຫ້​ແກ່ການ​ປະຕິ​ຮູບ​ກວ່າ​ອີກ”.

ຂ່າວ/ບົດ​ອື່ນ