ເມກຊີໂກ ຕີລາຄາສູງ ເວທີປາໄສການຄ້າ ແລະ ການລົງທຶນ ຫວຽດນາມ - ອາເມລິກາ ລາຕີນ

ເມກຊີໂກ ຕີລາຄາສູງ ເວທີປາໄສການຄ້າ ແລະ ການລົງທຶນ ຫວຽດນາມ - ອາເມລິກາ ລາຕີນ - ảnh 1
ພາບປະກອບ

(vovworld) - ກະຊວງ​ການ​ຕ່າງປະ​ເທດ ​ເມກ​ຊີ​ໂກ ​ໄດ້​ຕີ​ລາຄາ​ສູງເວທີ​ປາ​ໄສ​ການ​ຄ້າ ​ແລະ ການ​ລົງທຶນ ຫວຽດນາມ - ອາ​ເມ​ລິ​ກາ ລາຕີ​ນ ຄັ້ງ​ທີ 1 ​ແລະ ຖື​ວ່າ: ​ເລື່ອງ​ນາຍົກລັດຖະມົນຕີປະ​ເທດ​ເຈົ້າພາບ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ເປັນ​ຜູ້​ກ່າວ​ໄຂ​ກອງ​ປະຊຸ​ມ​ໄດ້​ເປັນ​ການ​ຢັ້ງຢືນ​ຫຼັກ​ໝັ້ນ​ຂອງຫວຽດນາມ ພ້ອມ​ແລ້ວ​ເປັນ​ຄູ່​ຮ່ວມ​ມື​ເສດຖະກິດ ທີ່​ສຳຄັນ​ຂອງ​ບັນດາ​ປະ​ເທດ ທາງ​ທິດຕາ​ເວັນ​ຕົກ​​ເຄິ່ງໜ່ວຍ​ໂລກ ​ແລະ ​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ ອາຊີ ຕ​າ​ເວັນ​ອອກ​ກັບ ອາ​ເມ​ລິ​ກາ ລາຕີ​ນ. ບົດ​ແຈ້ງ​ຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ເມກ​ຊີ​ໂກ​ເນັ້ນ​ໜັກ​ວ່າ: ​ໃນ​ຫຼາຍ​ປີ​ມາ​ນີ້, ວົງ​ເງິນ​ແລກປ່ຽນ​ການ​ຄ້າ ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ລາຕີ​ນ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ດ້ວຍ​ລະດັບ​ແຕ່ 20 – 30%/ ປີ ຂຶ້ນ​ເຖິງ​ກ່ວາ 5 ຕື້ USD ​ໃນ​ປີ 2011. ສະ​ເພາະ​ເມກ​ຊີ​ໂກ, ຫວຽດນາມ ​ໄດ້​ກາບຍ​ເປ​ັນຄູ່​ຮ່ວມ​ມື​ທີ່​ສຳຄັນ​ຢູ່ ອາ​ຊີ ຂະນະ​ທີ່​ມູນ​ຄ່າ​ແລກປ່ຽນ​ສິນຄ້າ​ລະຫວ່າງ 2 ຝ່າຍ​ເພີ່ມ​ຂຶ້ນ​ແຕ່ 37 ລ້ານ USD ຂຶ້ນ​ເຖິງ 1 ຕື້ 37 ລ້ານ USD ​ໃນ​ກ່ວາ ທົດ​ສະ​ວັດ​ທີ່​ຜ່ານ​ມາ.

ຂ່າວ/ບົດ​ອື່ນ