ເມັກຊີໂກຈັດວາງເປີດກວ້າງພາສີໂຕ້ຕອບກັບເຫຼັກກ້າແລະຜະລິດຕະພັນກະເສດອາເມລິກາ

(VOVWORLD) -ວັນທີ 05 ມິຖຸນາ, ກະຊວງເສດຖະກິດເມັກຊີໂກ ແຈ້ງໃຫ້ຊາບວ່າ, ປະເທດນີ້ຈະຈັດວາງອັດຕາພາສີແຕ່ 15 – 25% ສຳລັບບັນດາຜະລິດຕະພັນເຫຼັກກ້າ ແລະ ບາງປະເພດສິນຄ້າກະສິກຳຂອງອາເມລິກາ.
ເມັກຊີໂກຈັດວາງເປີດກວ້າງພາສີໂຕ້ຕອບກັບເຫຼັກກ້າແລະຜະລິດຕະພັນກະເສດອາເມລິກາ - ảnh 1(ພາບປະກອບ: AFP/TTXVN)

ການກະທຳດັ່ງກ່າວໄດ້ຍົກອອກມາ ພາຍຫຼັງທີ່ເມັກຊີໂກ ກ່າວເຕືອນຈະໂຕ້ຕອບບັນດາມາດຕະການຈັດວາງອັດຕາພາສີຂອງອາເມລິກາ ແນໃສ່ບັນດາຜະລິດຕະພັນ ອາລູມີນຽມ ແລະ ເຫຼັກກ້າ ນຳເຂົ້າຈາກປະເທດນີ້. ກະຊວງເສດຖະກິດເມັກຊີໂກ ໄດ້ປະກາດທາງຈົດໝາຍລັດຖະການກ່ຽວກັບບັນຊີລາຍຊື່ບັນດາປະເພດສິນຄ້າຖືກເສຍພາສີໃໝ່, ລວມທັງອັດຕາພາສີ 20% ສຳລັບຊີ້ນໝູ, ໝາກໂປ່ມ ແລະ ມັນຝລັ່ງ ທີ່ນຳເຂົ້າຈາກອາເມລິກາ, ກໍຄືອັດຕາພາສີແຕ່ 20 – 25% ສຳລັບບາງປະເພດສິນຄ້າໂຟມາຍ ແລະ ເຫຼົ້າສາລີ. ນອກຈາກນັ້ນ, ເມັກຊີໂກ ຈະເປີດໂກຕາຍົກເວັ້ນພາສີອາກອນໃຫ້ຂາໝູ ແລະ ຊີ້ນສັນໝູຈາກປະເທດອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ