ເຢຍລະມັນ ກະຕຸກຊຸກຍູ້ ອັງກິດ ປຶກສາຫາລືກ່ຽວກັບວິທີຖອນຕົວອອກຈາກ ອີຢູ ຕື່ມອີກ
(VOVWORLD) - ສະຫະພາບ ເອີຣົບ (ອີຢູ) ໄດ້ປະຕິບັດເກືອບທັງໝົດທຸກສິ່ງທຸກຢ່າງທີ່ ອາດຈະບັນລຸໄດ້ຂໍ້ຕົກລົງຢ່າງສົມເຫດສົມຜົນກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກສະຫະພາບນີ້, ຫຼື ເອີ້ນວ່າ Brexit, ແລະ ປະເທດ ອັງກິດ ນັ້ນເອງ ຄວນດຳເນີນບັນດາການປຶກສາຫາລືກ່ຽວກັບບັນຫານີ້ຕື່ມອີກ.
ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel (ພາບ: AFP/TTXVN) |
ຖະແຫຼງການດັ່ງກ່າວ ໂດຍທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຍົກອອກມາໃນວັນທີ 22 ພະຈິກ ພາຍຫລັງບັນດາການນຳ ອັງກິດ ແລະ ອີຢູ ໄດ້ເປັນເອກະພາບຕໍ່ຫຼັກການຮ່າງບົດຖະແຫຼງການກ່ຽວກັບການພົວພັນໃນອະນາຄົດຂອງ 2 ຝ່າຍພາຍຫລັງ Brexit. ກ່າວຄຳເຫັນໃນເຫດການໜຶ່ງຢູ່ Berlin, ທ່ານນາງ Angela Merkel ຖະແຫຼງວ່າ ຈະເຮັດທຸກສິ່ງທຸກຢ່າງເທົ່າທີ່ຈະເຮັດໄດ້ ເພືີ່ອຮັບປະກັບໃຫ້ Brexit ມີຄວາມເປັນລະບຽບຮຽບຮ້ອຍ.
ໃນເຫດການທີ່ກ່ຽວຂ້ອງ, ວັນທີ 22 ພະຈິກ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ມີບົດກ່າວຄຳເຫັນດ່ວນຕໍ່ສະພາຕ່ຳກ່ຽວກັບຮ່າງບົດຖະແຫຼງການກ່ຽວກັບການພົວພັນໃນອະນາຄົດຂອງ 2 ຝ່າຍ ພາຍຫລັງອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ), ຫຼື ເອີ້ນວ່າ Brexit ເຊິ່ງການນຳ 2 ຝ່າຍຫາກໍ່ບັນລຸໄດ້.