ເຢຍລະມັນ ປາດຖະໜາຢາກຄ່ອຍໆຟື້ນຟູການພົວພັນກັບ ລັດເຊຍ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Heiko Mass ໄດ້ສະແດງຄວາມປາດຖະໜາຢາກໃຫ້ເຊື່ອມຕໍ່ການເຈລະຈາຄືນໃໝ່ ແລະ ຄ່ອຍໆຟື້ນຟູການພົວພັນກັບ ລັດເຊຍ, ພາຍຫລັງບັນດາເຫດເນລະເທດນັກການທູດທີ່ກ່ຽວຂ້ອງເຖິງເຫດວາງຢາເບື່ອທຳລາຍລະບົບເສັ້ນປະສາດຂອງອະດີດນັກສືບຂ່າວ Sergei Skipal ແລະ ລູກສາວຢູ່ ອັງກິດ.
ເຢຍລະມັນ ປາດຖະໜາຢາກຄ່ອຍໆຟື້ນຟູການພົວພັນກັບ ລັດເຊຍ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Heiko Mass (ພາບ: Reuters)

ວັນທີ 1 ເມສາ, ໜັງສືພິມ Bild am Sonntag ໄດ້ຄັດສະເໜີຄຳເວົ້າຂອງທ່ານ Heiko Mass ທີ່ຖືວ່າ: ເຢຍລະມັນ ຕ້ອງການໃຫ້ ລັດເຊຍ ສວມບົດບາດເປັນຄູ່ຮ່ວມມືໃນການແກ້ໄຂບັນດາການປະທະກັນ, ພ້ອມທັງ ແມ່ນເສົາຄ້ຳສຳຄັນໃນການພົວພັນຫລາຍຝ່າຍ. ເຢຍລະມັນ ພ້ອມແລ້ວທີ່ຈະເຈລະຈາ ແລະ ຄ່ອຍໆຟື້ນຟູການພົວພັນ ຖ້າຫາກ ລັດເຊຍ ກໍ່ມີຄວາມພ້ອມແລ້ວ.

        ເຖິງຢ່າງໃດກໍ່ຕາມ, ທ່ານລັດຖະມົນຕີການຕ່າງປະເທດ Heiko Mass ກໍ່ປົກປ້ອງຂໍ້ຕົກລົງເນລະເທດບັນດານັກການທູດ ລັດເຊຍ ອອກຈາກປະເທດ ເມື່ອຖືວ່າ: ນີ້ແມ່ນການກະທຳທີ່ສະແດງໃຫ້ເຫັນຄວາມສາມັກຄີກັບປະເທດພັນທະມິດ ອັງກິດ. ອາທິດກ່ອນ, ເຢຍລະມັນ ໄດ້ເນລະເທດນັກການທູດ ລັດເຊຍ 4 ຄົນອອກຈາກປະເທດ, ບັງຄັບ ລັດເຊຍ ຕ້ອງຍົກອອກການກະທຳໂຕ້ຕອບເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ