ເຢຍ​ລະ​ມັນ, ຝ​ລັ່ງ, ອັງ​ກິດ ແລະ ອາ​ເມ​ລິ​ກາ​ເຫັນ​ດີ​ເປັນ​ເອ​ກະ​ພາບ ຟື້ນ​ຟູ​ການ​ພ​ົວ​ພັນ​ຂ້າມ ອັດ​ລັງ​ຕິກ

(VOVWORLD) -ໃນຖະແຫຼງການສະບັບໜຶ່ງ, ກະຊວງການຕ່າງປະເທດ ເຢຍລະມັນຊີ້ແຈ້ງວ່າ ບັນດາລັດຖະມົນຕີການຕ່າງປະເທດ ໄດ້ເຫັນດີເປັນເອກະພາບ ຢາກ ຟື້ນຟູການພົວພັນຄູ່ຮ່ວມມືຂ້າມ ອັດລັງຕິກ ທີ່ເປັນມູນເຊື້ອ, ສະໜິດຕິດພັນ ແລະ ພ້ອມກັນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ ໃນອະນາຄົດ.
ເຢຍ​ລະ​ມັນ, ຝ​ລັ່ງ, ອັງ​ກິດ ແລະ ອາ​ເມ​ລິ​ກາ​ເຫັນ​ດີ​ເປັນ​ເອ​ກະ​ພາບ ຟື້ນ​ຟູ​ການ​ພ​ົວ​ພັນ​ຂ້າມ ອັດ​ລັງ​ຕິກ - ảnh 1ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken (ພາບ: TTXVN)

ວັນທີ  5 ກຸມພາ, ລັດຖະມົນຕີກະຊວງການຕ່າງປະເທດ ບັນດາປະເທດ ເຢຍລະມັນ, ຝລັ່ງ, ອັງກິດ ແລະ ອາເມລິກາລ້ວນແຕ່ສະແດງຄວາມຫວັງຢາກ ຟື້ນຟູການພົວພັນຂ້າມ ອັດລັງຕິກ, ສານສະບັບນີ້ໄດ້ຍົກອອກມາພາຍຫຼັງລັດຖະມົນຕີບັນດາປະເທດ ດຳເນີນການປຶກສາຫາລືຄັ້ງທຳອິດ ນັບແຕ່ເວລາທ່ານ ປະທານາທິບໍດີ ອາເມລິກາ Joe Biden ຮັບດຳລົງຕຳແໜ່ງ.

ໃນຖະແຫຼງການສະບັບໜຶ່ງ, ກະຊວງການຕ່າງປະເທດ ເຢຍລະມັນຊີ້ແຈ້ງວ່າ ບັນດາລັດຖະມົນຕີການຕ່າງປະເທດ ໄດ້ເຫັນດີເປັນເອກະພາບ ຢາກ ຟື້ນຟູການພົວພັນຄູ່ຮ່ວມມືຂ້າມ ອັດລັງຕິກ ທີ່ເປັນມູນເຊື້ອ, ສະໜິດຕິດພັນ ແລະ ພ້ອມກັນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ ໃນອະນາຄົດ.

ຄຽງຄູ່ກັນນັ້ນ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ບັນດາປະເທດເອີລົບ ແລະ ຄູ່ຕຳແໜ່ງ ອາເມລິກາ Antony Blinken ໄດ້ປຶກສາຫາລືກ່ຽວກັບຂໍ້ລົກລົງ ນິວເຄຼຍຂອງ ອີຣານ.

ໃນສື່ສັງຄົມອອນລາຍ Twitter, ທ່ານ Dominic Raab ລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ ໄດ້ຢັ້ງຢືນວ່າ ບັນດາຝ່າຍໄດ້ປຶກສາຫາລືກ່ຽວກັບວິທີການສຳຜັດອາດຈະແກ້ໄຂໄດ້ບັນດາຄວາມສົນໃຈລວມຂອງບັນດາຝ່າຍກ່ຽວກັບບັນຫາອີຣານ.

ສ່ວນທ່ານ Nes Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ທີ່ການປຶກສາຫາລື, ທ່ານ Blinken ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ອາເມລິກາ ໃນການສົມທົບກະທຳເພື່ອແກ້ໄຂສິ່ງທ້າທາຍລວມຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ