(ພາບປະກອບ)
(vovworld) – ວັນທີ 21/01, ເມື່ອຕອບສຳພາດຕໍ່ວິທະຍຸກະຈາຍສຽງ MDR Info ຂອງ ເຢຍລະມັນ, ທ່ານ Thomas de Maiziere ລັດຖະມົນຕີວ່າການກະຊວງພາຍໃນ ສະຫະພັນ ເຢຍລະມັນ ໃຫ້ຮູ້ວ່າ: Berlin ຈະດຳເນີນການຄວບຄຸມຊາຍແດນໂດຍບໍ່ກຳນົດເວລາ ເພື່ອແນໃສ່ຈຳກັດກະແສຊາວອົບພະຍົບເຄື່ອນຍ້າຍເຂົ້າປະເທດນີ້. ນັບແຕ່ເດືອນ 9/2015, ເຢຍລະມັນ ໄດ້ຈັດວາງຄຳສັ່ງຄວບຄຸມເຂດຊາຍແດນຊົ່ວຄາວ ພາຍຫລັງທີ່ຊາວອົບພະຍົບນັບພັນຄົນຜ່ານປະເທດ ໂອຕະລິດ ເຄື່ອນຍ້າຍເຂົ້າລັດ Bayern ຂອງ ເຢຍລະມັນ. ຂໍ້ກຳນົດນີ້ ໄດ້ຕໍ່ກຳນົດເວລາເປັນຫລາຍຄັ້ງແລ້ວ ແລະ ຕາມແຜນການຈະໄດ້ຮັບການຍຸບເລີກພາຍຫລັງວັນທີ 13/2 ຈະມາເຖິງ. ຕາມທ່ານ de Maizier ແລ້ວ, ນັບແຕ່ 2, 3 ອາທິດຜ່ານມາ, ເຢຍລະມັນ ໄດ້ດຳເນີນການຈົດທະບຽນໄພຢ່າງຄົບຖ້ວນ ໃຫ້ຊາວອົບພະຍົບທີ່ເຄື່ອນຍ້າຍເຂົ້າປະເທດນີ້ເກືອບທັງໝົດ ແລະ Berlin ຈະເນລະເທດຊາວລີ້ໄພທັງໝົດ ທີ່ບໍ່ມີໝັງສືຖືກຕ້ອງ ກໍ່ຄືຜູ້ທີ່ບໍ່ໄດ້ສົ່ງໃບຂໍລີ້ໄພຢູ່ ເຢຍລະມັນ ອອກຈາກປະເທດນີ້ ກ່ຽວກັບຈຳນວນຊາວອົບພະຍົບເຂົ້າ ເຢຍລະມັນ ໃນປີ 2016, ທ່ານ de Maizier ບໍ່ຍົກອອກຈຳນວນຕົວເລກລະອຽດ ແຕ່ເນັ້ນໜັກວ່າ ເຢຍລະມັນ ຈະບໍ່ສາມາດສືບຕໍ່ຮັບເອົາຊາວອົບພະຍົບຈຳນວນ 1 ລ້ານຄົນຕື່ມອີກ ແລະ ຕົວເລກນີ້ຈະຖືກຫລຸດລົງຢ່າງແຮງ.