ເຢຍລະມັນຮັບຮອງເອົາບ້ວງມາດຕະການທີສອງໃນການແກ້ໄຂສະພາບຊາວອົບພະຍົບ

ເຢຍລະມັນຮັບຮອງເອົາບ້ວງມາດຕະການທີສອງໃນການແກ້ໄຂສະພາບຊາວອົບພະຍົບ - ảnh 1
ຊາວອົບພະຍົບ ຊີຣີ ມອບດອກໄມ້ໃຫ້ຊາວເຢຍລະມັນ
(ພາບ: AFP/TTXVN)

(vovworld) –  ວັນ​ທີ 3/2, ຄະນະ​ລັດຖະບານ ​ເຢຍລະ​ມັນ ​ໄດ້​ຮັບຮອງ​ເອົາ​ບ້ວງ​ມາດ​ຕະການ​ທີ 2 ​ເພື່ອ​ແນ​ໃສ່​ແກ້​ໄຂ​ວິ​ກິດ​ການ​ຊາວ​ອົບ​ພະຍົບທີ່ພວມສ້າງ​ຄວາມ​ສົນ​ໃຈ​ຈາກ​ຫາ​ງສຽງ ​ເຢຍລະ​ມັນ​ ​ໃນ​ໄລຍະ​ຜ່ານ​ມາ, ​​ເຊິ່ງ​ໃນ​ນັ້ນ​ສຸມ​ໃສ່​ຮັດ​ແໜ້ນ​ການ​ຄຸ້ມ​ຄອງ, ຊັບຊ້ອນ ​ແລະ ​ເນລະ​ເທດ​ຊາວ​ອົບ​ພະຍົບ. ຂໍ້​ກຳນົດ​ໃໝ່​ສຳຄັນ​ທີ​່ສຸດ​ຂອງ​ບ້ວງ​ມາດ​ຕະການ​ນີ້​ແມ່ນ​ສ້າງ​ຕັ້ງ​ບັນດາ​ສະຖານ​ທີ່​ຮັບ​ເອົາຊາວ​ອົບ​ພະຍົບ, ຢູ່​ທີ່​ນີ້, ​ໃບ​ຄຳ​ຮ້ອງ​ຂອງ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ການພິຈາລະນາ​ຢ່າ​ງ​ໄວ​ທີ່​ສຸ​ດ.

        ຄະນະ​ລັດຖະບານ​ປະ​ເທດ​ນີ້​ກໍ່ຖື​ວ່າ: ຄວນ​ຖື​ບັນດາ​ປະ​ເທດ ອານ​ເຊຣີ, ມາຣົກ ​ແລະ ຕຸຍ​ນີຊີ ​ແມ່ນບັນດາ “ປະ​ເທດ​ປອດ​ໄພ”, ​ໝາຍຄວາມວ່າ​ແມ່ນ​ຊາວ​ອົບ​ພະຍົບຈາກ​ບັນດາ​ປະ​ເທດ​​​ດັ່ງກ່າວເຂົ້າ ​ເຢຍລະ​ມັນ ​ເກືອບ​ຄື​ວ່າ​ບໍ່​ມີ​ໂອກ​າດ​ຢູ່ຄືນ ​ເຢຍລະ​ມັນ ​ແລະ ​ເວລາ​ພິຈາລະນາ​ສຳ​ເນົາ​ເນລະ​ເທດ​ເຂົາ​ເຈົ້າ​ຈະ​ຫລຸດ​ລົງ. ລັດຖະບານ​ ​ເຢຍລະ​ມັນ ກໍ​​ເຫັນ​ດີ​ອະນຸຍາດ​ໃຫ້​ຊາວ​ອົບ​ພະຍົບທີ່​​ຮຽນ​ຈົບ​ອາຊີບ​ຕ່າງໆ​ເປັນ​ຢ່າງ​ດີ​ໄດ້​ເຮັດ​ວຽກ​ຢູ່​ເຢຍລະ​ມັນ​ຢ່າງໜ້ອຍ​ສຸດ​ແມ່ນ 2 ປີ.


ຂ່າວ/ບົດ​ອື່ນ