ເຢຍ​ລະ​ມັນເພີ່ມ​ທະ​ວີ​ການ​ກວດ​ກາ​ຊາຍ​ແດນ​ຢ່າ​ງ​ເຂັ້ມ​ງວດ​ໃນກອງ​ປະ​ຊຸມ​ສຸດຍອດ G7

(VOVWORLD) -ບັນດາມາດຕະການປ້ອງກັນຄວາມສະຫງົບຈະໄດ້ປະຕິບັດຢ່າງເຂັ້ມງວດມາເປັນເວລາ 3 ອະທິດ, ເລີ່ມແຕ່ວັນທີ 13 ມິຖຸນາ ຫາວັນທີ 3 ກໍລະກົດ. 
ເຢຍ​ລະ​ມັນເພີ່ມ​ທະ​ວີ​ການ​ກວດ​ກາ​ຊາຍ​ແດນ​ຢ່າ​ງ​ເຂັ້ມ​ງວດ​ໃນກອງ​ປະ​ຊຸມ​ສຸດຍອດ G7 - ảnh 1ເມືອງGarmisch-Partenkirchen, ຂຶ້ນກັບລັດ Bayern ຂອງ ປະເທດ ເຢຍລະມັນ (ພາບ: TTXVN)

ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ບັນດາເຫດການໃນຂອບເຂດກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ທີ່ໄດ້ດຳເນີນໃນລະຫວ່າງວັນທີ 26 - 28 ມິຖຸນາ ຢູ່ລັດ Bayern, ທາງທິດໃຕ້ ປະເທດເຢຍລະມັນ, ກະຊວງພາຍໃນສະຫະພັນ ເຢຍລະມັນໄດ້ປະກາດດຳເນີນການກວດກາຊາຍແດນຊົ່ວຄາວໃນໄລຍະນີ້. ສະຖານທີ່ ແລະ ເວລາກວດກາຈະໄດ້ປະຕິບັດຢ່າງມີໄຫວພິບ.

ບັນດາມາດຕະການປ້ອງກັນຄວາມສະຫງົບຈະໄດ້ປະຕິບັດຢ່າງເຂັ້ມງວດມາເປັນເວລາ 3 ອະທິດ, ເລີ່ມແຕ່ວັນທີ 13 ມິຖຸນາ ຫາວັນທີ 3 ກໍລະກົດ. ກະຊວງພາຍໃນ ເຢຍລະມັນ ໃຫ້ຮູ້ວ່າ ການກວດກາຊາຍແດນຈະຊ່ວຍສະກັດກັ້ນຄວາມສ່ຽງມີອາດຊະຍາກອນໃຊ້ຄວາມຮຸນແຮງແຊກຊືມເຂົ້າຜືນແຜ່ນດິນຂອງປະເທດນີ້. ຕຳຫຼວດ ເຢຍລະມັນ ກໍ່ຈະໜູນຊ່ວຍກຳລັງປ້ອງກັນຊາຍແດນລັດ Bayern ເພີ່ມທະວີການເຄື່ອນໄຫວກວດກາ.

ຕອບກັບ

ຂ່າວ/ບົດ​ອື່ນ