ເຢຍລະມັນແລະກູບາຊຸກຍູ້ການພົວພັນຄູ່ຮ່ວມມື2ຝ່າຍ
ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຢຍລະມັນ Frank – Walter Steinmeir ແລະ ຄູ່ຕຳແໜ່ງ ກູບາ Bruno Rodriguez Parrilla
(vovworld) – ເຢຍລະມັນ ແລະ ກູບາ ເຫັນດີເປັນເອກະສັນກຽມພ້ອມຊຸກຍູ້ການພົວພັນ 2 ຝ່າຍ. ຖະແຫຼງການນີ້ໄດ້ຍົກອອກມາພາຍຫຼັງການພົບປະຢູ່ແບກແລງລະຫວ່າງ ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຢຍລະມັນ Frank – Walter Steinmeir ແລະ ຄູ່ຕຳແໜ່ງ ກູບາ Bruno Rodriguez Parrilla ທີ່ພວມຢ້ຽມຢາມ ເຢຍລະມັນ. ກ່າວຄຳເຫັນໃນການປະຊຸມຂ່າວພາຍຫຼັງການປຶກສາຫາລື, ທ່ານ Steinmeir ຊົມເຊີຍການຢ້ຽມຢາມຢ່າງເປັນທາງການຄັ້ງທຳອິດຂອງລັດຖະມົນຕີວ່າການກະຊວງການຕ່າງປະເທດ ກູບາ ເຖິງປະເທດ ເຢຍລະມັນ. ຕາມທ່ານແລ້ວ, ເຢຍລະມັນ ບໍ່ພຽງແຕ່ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ກູບາ ໃນຂົງເຂດເສດຖະກິດ, ການເມືອງເທົ່ານັ້ນ ຫາກຍັງຢາກເພີ່ມທະວີການຮ່ວມມືທັງຂົງເຂດວັດທະນະທຳອີກດ້ວຍ, ພ້ອມທັງສະແດງຄວາມຫວັງວ່າບັນດາຂໍ້ຕົກລົງທີ່ 2 ຝ່າຍໄດ້ເຈລະຈາກ່ຽວກັບການຮ່ວມມືໃນຂົງເຂດເສດຖະກິດ ແລະ ວັດທະນະທຳໄດ້ຮັບການລົງນາມໃນປີນີ້. ນອກຈາກບັນດາບັນຫາ 2 ຝ່າຍແລ້ວ, 2 ປະເທດກໍ່ໄດ້ແລກປ່ຽນກ່ຽວກັບສະພາບການຢູ່ ອາເມລິກາ ລາຕີນ. ທ່ານ Steinmeir ຢັ້ງຢືນວ່າ: ກູບາ ສວມບົດບາດສຳຄັນໃນພາກພື້ນ, ພ້ອມທັງຊົມເຊີຍບົດບາດເປັນກາງຂອງ ກູບາ ໃນວິວັດການສັນຕິພາບຢູ່ Colombia, ສະແດງຄວາມຫວັງອາດສາມາດບັນລຸໄດ້ຂໍ້ຕົກລົງສັນຕິພາບລະຫວ່າງກຳລັງປະກອບອາວຸດປະຕິວັດ Colombia (FARC) ແລະ ລັດຖະບານ Colobia ໃນປີນີ້.