ເຢຍລະມັນແລະອາເມລິກາເຊັນຂໍ້ຕົກລົງຮ່ວມມືໃນຂົງເຂດດິນຟ້າອາກາດແລະພະນັກງານ.

(VOVWORLD) -ເມື່ອບໍ່ດົນມານີ້ ເຢຍລະມັນແລະອາເມລິກາໄດ້ເຊັນຖະແຫຼງການຮ່ວມກ່ຽວກັບຮ່ວມມືທາງດ້ານດິນຟ້າອາກາດແລະພະລັງງານ
ເຢຍລະມັນແລະອາເມລິກາເຊັນຂໍ້ຕົກລົງຮ່ວມມືໃນຂົງເຂດດິນຟ້າອາກາດແລະພະນັກງານ. - ảnh 1ພາບປະກອບ

    ໃນແຈ້ງການອອກໃນເມື່ອວັນທີ 27 ພຶດສະພາ ກະຊວງບັນດາບັນຫາເສດຖະກິດແລະ ການກະທຳທາງດ້ານດິນຟ້າອາກາດເຢຍລະມັນໄດ້ຊີ້ແຈ້ງເຖິງສາຍພົວພັນຄູ່ຮ່ວມມືນີ້ແມ່ນມຸ່ງໄປສູ່ການເພີ່ມທະວີການຮ່ວມມືໃນການຍູ້ໄວການກະທຳທາງດ້ານດິນຟ້າອາກາດ, ພັດທະນາເຕັກໂນໂລຊີ ເພື່ອຍູ້ໄວຂະບວນວິວັດແຫ່ງການຫັນປ່ຽນພະລັງງານແລະເພີ່ມທະວີຄວາມໝັ້ນຄົງທາງດ້ານພະລັງງານ. ຖະແຫຼງການຮ່ວມໂດຍທູດພິເສດອາເມລິກາກ່ຽວກັບບັນຫາດິນຟ້າອາກາດ ທ່ານຈອນເກຣີ ແລະ ລັດຖະມົນຕີບັນດາບັນຫາເສດຖະກິດ ແລະ ການກະທຳດິນຟ້າອາກາດ ເຢຍລະມັນ ໂຣເປີດຮເບັກໄດ້ລົງນາມ. ທ່ານເກຣີໄດ້ມີໜ້າຢູ່ນະຄອນຫຼວງແບັກລີນເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີກຸ່ມບັນດາປະເທດອຸດສາຫະກຳພັດທະນາ G7 ກ່ຽວກັບການປົກປັກຮັກສາດິນຟ້າອາກາດ,ພະລັງງານແລະສິ່ງແວດລ້ອມ. 

ຕອບກັບ

ຂ່າວ/ບົດ​ອື່ນ