ເລຂາທິການໃຫຍ່ NATO ຢ້ຽມຢາມ ຍີ່ປຸ່ນ
ນັກຂ່າວ VOV ປະຈຳ ຍີ່ປຸ່ນ -  
(VOVWORLD) - ຄາດວ່າ, ເນື້ອໃນໂຄງການດຳເນີນງານຈະສຸມໃສ່ການເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ແລະ ແກ້ໄຂບັນດາໄພນາບຂູ່, ສິ່ງທ້າທາຍທົ່ວໂລກ.
ທ່ານ Jens Stoltenberg, ເລຂາທິການໃຫຍ່ ອົງການສົນທິສັນຍາອັກລັງຕິກເໜືອ (NATO)
(ພາບ:EPA-EFE)
|
ວັນທີ 30 ມັງກອນ, ທ່ານ Jens Stoltenberg, ເລຂາທິການໃຫຍ່ ອົງການສົນທິສັນຍາອັກລັງຕິກເໜືອ (NATO) ໄດ້ເດີນທາງອອກຈາກ ສ ເກົາຫຼີ ເພື່ອຢ້ຽມຢາມ ຍີ່ປຸ່ນ ແລະ ມີການພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ແລະ ເຈົ້າໜ້າທີ່ອື່ນໆອີກຈຳນວນໜຶ່ງ. ຄາດວ່າ, ເນື້ອໃນໂຄງການດຳເນີນງານຈະສຸມໃສ່ການເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ແລະ ແກ້ໄຂບັນດາໄພນາບຂູ່, ສິ່ງທ້າທາຍທົ່ວໂລກ.
ການໄປປະຕິບັດງານຄັ້ງນີ້ຂອງທ່ານ Jens Stoltenberg ໄດ້ຮັບຖືວ່າຈະຊ່ວຍໃຫ້ NATO ຮັດແໜ້ນການພົວພັນກັບສອງປະເທດສຳພັນທະມິດອາຊີ ຂອງ ອາເມລິກາ ແມ່ນ: ສ ເກົາຫຼີ ແລະ ຍີ່ປຸ່ນ. ເດືອນ 6 ປີ 2022, ທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ກາຍເປັນບັນດາການນຳ ອາຊີ ທຳອິດທີ່ເຂົ້າຮ່ວມກອງປະຊຸມສຸດຍອດ NATO ຢູ່ນະຄອນຫຼວງ Madrid, ປະເທດ ສະເປນ ດ້ວຍຖານະເປັນນັກສັງເກດການ. ກໍ່ທີ່ກອງປະຊຸມນີ້, NATO ໄດ້ຮັບຮອງເອົາເອກະສານທີ່ມີຊື່ວ່າ “ນິຍາມຍຸດທະສາດໃໝ່”, ໃນນັ້ນໄດ້ໃຫ້ຂໍ້ສັງເກດວ່າ “ພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ມີຄວາມໝາຍສຳຄັນສຳລັບ NATO ທີ່ສຸດ”.
ນັກຂ່າວ VOV ປະຈຳ ຍີ່ປຸ່ນ