ເລຂາທິການໃຫຍ່ ສປຊ ກ່າວປະມານຂໍ້ຕົກລົງກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຂອງອິດສະຣາແອນ

ເລຂາທິການໃຫຍ່ ສປຊ ກ່າວປະມານຂໍ້ຕົກລົງກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຂອງອິດສະຣາແອນ - ảnh 1
ທ່ານ Antonio Guterres, ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ 

(vovworld) – ​​​ ​ວັນ​ທີ 1/4, ​ ​ທ່ານ Antonio Guterres, ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ເວົ້າ​ວ່າ ທ່ານ​ມີ​ຄວາມ​ເສຍ​ຫວັງ ແລະ ຢ້ານ​ກົວ​ຕໍ່​ໜ້າ​ຂໍ້​ຕົກ​ລົງ​ຂອງ ອິດ​ສະ​ຣາ​ແອນ ກ່ຽວ​ກັບ​ການກໍ່​ສ້າງ​ເຂດ​ຕັ້ງ​ຖິ່​ນ​ຖານ​ຄົ​ງ​ທີ່​ໃໝ່​ໃນ​ເຂດ​ດິນ​ແດນ​ທີ່​ຢຶດ​ຄອງ​ຂອງ​ຊາວ ປາ​ແລດ​ສະ​ຕີນ, ພ້ອມ​ທັງ​ກ່າວ​ປະ​ນາມ​ການ​ກະ​ທຳ​ນີ້. ຖະ​ແຫຼງ​ການ​ດັ່ງ​ກ່າວ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ​ ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ກົງ​ຈັກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ ອິດ​ສະ​ຣາ​ແອນ ​ໃນ​ວັນ​ທີ 30/3 ໄດ້​ຮັບ​ຮອງ​ເອົາ​ການກໍ່​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ແຫ່ງ​​ໃໝ່​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈ​ໍ​້​ແດນ ທີ່​ຖືກ​ຢຶດ​ຄອງ​ໃນ 2 ທົດ​ສະ​ວັດ​ຜ່ານ​ມາ.


ຂ່າວ/ບົດ​ອື່ນ