ເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມພິທີເປີດສົກຮຽນໃໝ່ 2018 – 2019 ຂອງສະຖາບັນກະສິກຳ ຫວຽດນາມ

(VOVWORLD) - ໂຮງຮຽນສືບຕໍ່ປ່ຽນແປງໃໝ່ຫຼັກສູດ ແລະ ວິທີການສອນໃຫ້ເໝາະສົມກັບຍຸກສະໄໝການປະຕິວັດອຸດສາຫະກຳຄັ້ງທີ 4, ໝູນໃຊ້ເຕັກໂນໂລຊີທັນສະໄໝຢ່າງສຸດຂີດ…
ເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມພິທີເປີດສົກຮຽນໃໝ່ 2018 – 2019 ຂອງສະຖາບັນກະສິກຳ ຫວຽດນາມ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຢ້ຽມຊົມເຂດວາງສະແດງບັນດາຜະລິດຕະພັນກະກິກຳເຕັກໂນໂລຊີສູງ

ສະຖາບັນກະສິກຳ ຫວຽດນາມ ຄວນສູ້ຊົນກາຍເປັນມະຫາວິທະຍາໄລຄົ້ນຄວ້າແຖວໜ້າໃນຂົງເຂດກະສິກຳໂດຍໄວ, ຍູ້ແຮງບັນດາການເຄື່ອນໄຫວວິທະຍາສາດ - ເຕັກໂນໂລຊີກ່ວາອີກ, ການຄົ້ນຄວ້າວິທະຍາສາດ - ເຕັກໂນໂລຊີຕ້ອງຕິດພັນກັບການກໍ່ສ້າງ ແລະ ຮັບໃຊ້ການຜະລິດ, ການບໍລິການສັງຄົມ; ສູ້ຊົນກາຍເປັນມະຫາວິທະຍາໄລແບບຢ່າງກ່ຽວກັບການຄົ້ນຄວ້າວິທະຍາສາດ - ເຕັກໂນໂລຊີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນຂົງເຂດກະສິກຳ. ນັ້ນແມ່ນຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີເປີດສົກຮຽນໃໝ່ 2018 – 2019 ຂອງສະຖາບັນກະສິກຳ ຫວຽດນາມ ໃນຕອນເຊົ້າວັນທີ 30 ກັນຍາ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຫວັງວ່າ ໂຮງຮຽນສືບຕໍ່ປ່ຽນແປງໃໝ່ຫຼັກສູດ ແລະ ວິທີການສອນໃຫ້ເໝາະສົມກັບຍຸກສະໄໝການປະຕິວັດອຸດສາຫະກຳຄັ້ງທີ 4, ໝູນໃຊ້ເຕັກໂນໂລຊີທັນສະໄໝຢ່າງສຸດຂີດ…ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ປູກຕົ້ນໄມ້ເປັນທີ່ລະນຶກໃນບໍລິເວນສະຖາບັນກະສິກຳ ແລະ ຢ້ຽມຊົມເຂດວາງສະແດງບັນດາຜະລິດຕະພັນກະກິກຳເຕັກໂນໂລຊີສູງ.

ຕອບກັບ

ຂ່າວ/ບົດ​ອື່ນ