ເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໃຫ້ການຕ້ອນຮັບຮອງນາຍົກລັດຖະມົນຕີຈີນ ແລະ ປະທານາທິບໍດີ ອິນໂດເນເຊຍ

(VOVWORLD) -ຕອນບ່າຍວັນທີ 12 ກັນຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝຸຈ້ອງໄດ້ໃຫ້ການຕ້ອນຮັບທ່ານ ຫູຊວນຂວາ ຮອງນາຍົກລັດຖະມົນຕີຈີນ
ເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໃຫ້ການຕ້ອນຮັບຮອງນາຍົກລັດຖະມົນຕີຈີນ ແລະ ປະທານາທິບໍດີ ອິນໂດເນເຊຍ - ảnh 1ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝຸຈ້ອງໄດ້ໃຫ້ການຕ້ອນຮັບທ່ານ ຫູຊວນຂວາ ຮອງນາຍົກລັດຖະມົນຕີຈີນ 

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝຸຈ້ອງ ໄດ້ສະເໜີ 2 ຝ່າຍຈົ່ງສືບຕໍ່ເພີ່ມທະວີການພົບປະຂັ້ນສູງ; ເສີມຂະຫຍາຍບັນດາກົນໄກທີ່ພວມມີຢູ່, ປະຕິບັດບັນດາຄວາມຮັບຮູ້ລວມຂອງການນຳຂັ້ນສູງຂອງ 2 ພັກ, 2 ລັດເປັນຢ່າງດີ, ໃນນັ້ນ ມີຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳແກ້ໄຂບັນດາບັນຫາຢູ່ທະເລ, ພ້ອມກັນມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລ, ຄວບຄຸມຄວາມບໍ່ລົງລອຍກັນ, ບໍ່ຄວນມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນ.

     ສ່ວນທ່ານ ຫູຊວນຂວາ ຮອງນາຍົກລັດຖະມົນຕີຈີນ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນຈີນຖືເປັນສຳຄັນການພົວພັນກັບຫວຽດນາມ, ພ້ອມແລ້ວກັບ ພັກ, ລັດ ແລະ ປະຊາຊົນຫວຽດນາມປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ; ປະຕິບັດບັນດາຄວາມຮັບຮູ້ລວມຂອງການນຳຂັ້ນສູງຂອງ 2 ພັກ, 2 ລັດເປັນຢ່າງດີ.

     ທີ່ການຕ້ອນຮັບປະທານາທິບໍດີ ອິນໂດເນເຊຍ ໂຢໂກ ວີໂດໂດ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝຸຈ້ອງ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືເປັນສຳຄັນການເພີີ່ມທະວີ ແລະ ເປີດກ້ວາງການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບອີນໂດເນເຊຍ. ທ່ານສະເໜີ 2 ຝ່າຍຍູ້ແຮງການຮ່ວມມືໃນທຸກໆຂົງເຂດ, ເປັນຕົ້ນແມ່ນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ການຄ້າ, ການລົງທຶນ ແລະ ການແລກປ່ຽນວັດທະນະທຳກໍຄືໃນຂອບເຂດອາຊຽນ ແລະ ໃນເວທີປາໄສສາກົນ.

     ສ່ວນປະທານາທິບໍດີ ອິນໂດເນເຊຍ ໂຢໂກ ວີໂດໂດ ຢືນຢັນຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງ 2 ປະເທດ; ຢືນຢັນ ອິນໂດເນເຊຍຈະສົມທົບກັບຫວຽດນາມຢ່າງແໜ້ນແຟ້ນໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ກໍຄືໃນການສ້າງປະຊາຄົມອາຊຽນສາມັກຄີ, ໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ