ເລຂາທິການໃຫຍ່ ຫງວຽນຝູຈ້ອງຢ້ຽມຢາມແຂວງ Kaluga, ສະຫະພັນລັດເຊຍ

(VOVWORLD) - ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ກຸ່ມບໍລິສັດ TH ແມ່ນວິສາຫະກິດເອກະຊົນແຫ່ງທຳອິດຂອງ ຫວຽດນາມ ລົງທຶນເຂົ້າສະຫະພັນລັດເຊຍ
ເລຂາທິການໃຫຍ່ ຫງວຽນຝູຈ້ອງຢ້ຽມຢາມແຂວງ Kaluga, ສະຫະພັນລັດເຊຍ - ảnh 1 ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ແຂວງ Kaluga

ໂດຍສືບຕໍ່ການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ, ຕອນເຊົ້າວັນທີ 7 ກັນຍາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ມົດສະກູ, ໄປຢ້ຽມຢາມແຂວງ Kaluga, ເຊິ່ງແມ່ນໜຶ່ງໃນບັນດາແຂວງມີລະດັບພັດທະນາເສດຖະກິດທີ່ສຸດຢູ່ສະຫະພັນລັດເຊຍ, ຢືນແຖວໜ້າກ່ຽວກັບລະດັບການເຕີບໂຕດ້ານອຸດສາຫະກຳ, ປະລິມານການລົງທຶນເມື່ອທຽບໃສ່ຫົວຄົນ, ຈຳນວນເຕັກໂນໂລຊີກ້າວໜ້າໄດ້ຮັບການໝູນໃຊ້ເຂົ້າໃນການຜະລິດ.

        ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ກຸ່ມບໍລິສັດ TH ແມ່ນວິສາຫະກິດເອກະຊົນແຫ່ງທຳອິດຂອງ ຫວຽດນາມ ລົງທຶນເຂົ້າສະຫະພັນລັດເຊຍ ດ້ວຍຈຳນວນທຶນຫຼາຍ, ສະໜອງຜະລິດຕະພັນປອດສານພິດ, ມີຄຸນນະພາບດີໃຫ້ແກ່ປະຊາຊົນຢູ່ Kaluga ແລະ ບັນດາບໍລິເວນອ້ອມແອ້ມ. ທ່ານເລຂາທິການໃຫຍ່ ຂໍຂອບອົກຂອບໃຈ ແລະ ຫວັງວ່າລັດຖະບານສະຫະພັນລັດເຊຍເວົ້າລວມ ແລະ ອຳນາດການປົກຄອງ Kaluga ເວົ້າສະເພາະ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ, ໃນນັ້ນມີກຸ່ມບໍລິສັດ TH ຂອງ ຫວຽດນາມ ລົງທຶນດຳເນີນທຸລະກິດບັນລຸຜົນສຳເລັດຢູ່ ສະຫະພັນລັດເຊຍ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ສັງຄົມ ຢູ່ທ້ອງຖິ່ນ, ພ້ອມທັງຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດພັດທະນາຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ