ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຈະຢ້ຽມຢາມ ສ. ຝລັ່ງ ແລະ ຢ້ຽມຢາມທາງລັດຖະກິດ ສ. ກູບາ ຢ່າງເປັນທາງການ

(VOVWORLD) -ທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຈະນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມໄປຢ້ຽມຢາມ ສ.ຝລັ່ງ ແລະ ຢ້ຽມຢາມທາງລັດຖະກິດ ສ.ກູບາ ຢ່າງເປັນທາງການ

 ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຈະຢ້ຽມຢາມ ສ. ຝລັ່ງ ແລະ ຢ້ຽມຢາມທາງລັດຖະກິດ ສ. ກູບາ ຢ່າງເປັນທາງການ  - ảnh 1 ທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຈະໄປຢ້ຽມຢາມ ສ.ຝລັ່ງ ແລະ ຢ້ຽມຢາມທາງລັດຖະກິດ ສ.ກູບາ ຢ່າງເປັນທາງການ

(ພາບ: TTXVN )

       ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສາທາລະນະລັດ ຝລັ່ງ Emmanuel Macron  ແລະ ທ່ານເລຂາເອກ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ Raul Castro Ruz, ທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຈະນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມໄປ ຢ້ຽມຢາມ ສ.ຝລັ່ງ ແລະ ຢ້ຽມຢາມທາງລັດຖະກິດ ສ.ກູບາ ຢ່າງເປັນທາງການ . ຕາມແຈ້ງການ ໃນວັນທີ 21 ມີນາ ຂອງຄະນະພົວພັນການຕ່າງປະເທດສູນກາງ, ການຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການຈະໄດ້ດຳເນີນໃນລະຫວ່າງວັນທີ 25 – 27 ມີນາ 2018, ສ່ວນການຢ້ຽມຢາມທາງລັດຖະກິດຢູ່ສ.ກູບາ ຈະໄດ້ດຳເນີນໃນລະຫວ່າງວັນທີ 28 – 30 ມີນາ 2018.    

ຕອບກັບ

ຂ່າວ/ບົດ​ອື່ນ