ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພົບປະກັບປັນຍາຊົນໜຸ່ມ ຫວຽດນາມ ຢູ່ ຝລັ່ງ

(VOVWORLD) - ພັກ ແລະ ລັດ ຫວຽດນາມ ຖືຖັນແຖວປັນຍາຊົນເປັນສຳຄັນທີ່ສຸດ, ຖືບັນດານັກປັນຍາຊົນ ຫວຽດນາມ ຢູ່ຕ່າງປະເທດ ແມ່ນແຫຼ່ງກຳລັງອັນລ້ຳຄ່າຂອງປະເທດ ຫວຽດນາມ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພົບປະກັບປັນຍາຊົນໜຸ່ມ ຫວຽດນາມ ຢູ່ ຝລັ່ງ - ảnh 1ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພົບປະກັບປັນຍາຊົນໜຸ່ມ ຫວຽດນາມ ຢູ່ ຝລັ່ງ

ໃນຂອບເຂດການຢ້ຽມຢາມ ສ ຝລັ່ງ ຢ່າງເປັນທາງການ, ຕອນທ່ຽງວັນທີ 26 ມີນາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ພົບປະກັບຜູ້ຕາງໜ້າປັນຍາຊົນໜຸ່ມ ຫວຽດນາມ ຢູ່ ຝລັ່ງ, ໃນນັ້ນ ມີບັນດານັກວິທະຍາສາດ, ນັກຊ່ຽວຊານໃນຂົງເຂດຕ່າງໆ, ມີຕຳແໜ່ງສຳຄັນໃນຫຼາຍອົງການ, ຫົວໜ່ວຍ, ວິສາຫະກິດ ຂອງຝລັ່ງ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ: ພັກ ແລະ ລັດ ຫວຽດນາມ ຖືຖັນແຖວປັນຍາຊົນເປັນສຳຄັນທີ່ສຸດ, ຖືບັນດານັກປັນຍາຊົນ ຫວຽດນາມ ຢູ່ຕ່າງປະເທດ ແມ່ນແຫຼ່ງກຳລັງອັນລ້ຳຄ່າຂອງປະເທດ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫວັງວ່າ ບັນດານັກປັນຍາຊົນໜຸ່ມບໍ່ພຽງແຕ່ແບ່ງປັນ, ນຳຄວາມຮູ້, ບົດຮຽນກ້າວໜ້າຂອງປະເທດຕ່າງໆກັບເມືອໝູນໃຊ້ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງຊອກຮູ້, ຄົ້ນຄິດ, ປະດິດຄິດສ້າງບັນດາວິທີການທີ່ດີເໝາະສົມກັບພຶດຕິກຳຕົວຈິງ ແລະ ເງື່ອນໄຂຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ