ເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະບັນດາສະມາຊິກສະພາແຫ່ງຊາດຍິງ

(VOVWORLD) -   ຕອນບ່າຍວັນທີ 08 ມິຖຸນາ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ມີການພົບປະກັບບັນດາສະມາຊິກສະພາແຫ່ງຊາດຍິງ ຊຸດທີ XIV
ເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະບັນດາສະມາຊິກສະພາແຫ່ງຊາດຍິງ - ảnh 1 ເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະບັນດາສະມາຊິກສະພາແຫ່ງຊາດຍິງ

ໂດຍມີຜູ້ເຂົ້າຮ່ວມຄື: ປະທານສະພາແຫ່ງຊາດ ທ່ານນາງ ຫງວຽນທິກິມເງິນ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ທ່ານນາງ ເຈືອງທິມາຍ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊີ້ແຈ້ງວ່າໃນອາຍຸການສະພາແຫ່ງຊາດຊຸດທີ XIV (2016-2018), ມີສະມາຊິກສະພາແຫ່ງຊາດຍິງ 132 ຄົນ, ກວມເອົາ 26% ຂອງຈຳນວນສະມາຊິກສະພາແຫ່ງຊາດທັງໝົດ, ແມ່ນອັດຕາສ່ວນສູງພໍສົມຄວນເມື່ອທຽບໃສ່ບັນດາປະເທດໃນທົ່ວໂລກ ແລະ ພາກພື້ນ. ທ່ານ ເລຂາທິການໃຫຍ່ ຮຽກຮ້ອງໃຫ້ສະພາແຫ່ງຊາດຄວນຖືເປັນສຳຄັນ ແລະ ເອົາໃຈໃສ່ກວ່າອີກ, ເພີ່ມອັດຕາສ່ວນສະມາຊິກສະພາແຫ່ງຊາດຍິງ, ພ້ອມທັງກຸ່ມສະມາຊິກສະພາແຫ່ງຊາດຍິງ ສືບຕໍ່ມີບັນດາຮູບການເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ມີຄຸນນະພາບກວ່າອີກ. ເລຂາທິການໃຫຍ່ ສະແດງຄວາມເຊື້ອໝັ້ນວ່າບັນດາສະມາຊິກສະພາແຫ່ງຊາດຍິງດ້ວຍຄວາມພະຍາຍາມ, ບົດຮຽນ, ພູມປັນຍາ ແລະ ຄວາມຮັບຜິດຊອບຈະສືບຕໍ່ປະກອບສ່ວນເຂົ້າໃນການປ່ຽນແປງໃໝ່ການຄື່ອນໄຫວຂອງສະພາແຫ່ງຊາດກວ່າອີກ, ເຮັດຫຼ້ອນໜ້າທີ່ຮັບຜິດຊອບຂອງຜູ້ຕາງໜ້າປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ