ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ກຸ່ມບໍລິສັດຖ່ານຫີນ - ບໍ່ແຮ່

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ກຸ່ມບໍລິສັດຖ່ານຫີນ - ບໍ່ແຮ່ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ​ປະຕິບັດ​ງານ​ສູນ​ກາງ ​ໄດ້​ລົງ​ກວດກາ​ວຽກ​ງານ​ຊັບພະຍາກອນ ສິ່ງ​ແວດ​ລ້ອມ​ຢູ່​ບໍລິສັດ​ຫຸ້ນ​ສ່ວນ ຖ່ານ​ຫີນ ນູຍ​ແບ໋ວ
(ພາບ: nguyenphutrong.net)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 6/4, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ​ ​ຫງວຽນ​ຟູ໋ຈ້ອງ ໄດ້​ມີ​ການ​ຢ້ຽມຢາ​ມ ​ແລະ ​ເຮັດ​ວຽກ​ກັບກຸ່ມ​ບໍລິສັດ​ຖ່ານ​ຫີນ - ບໍ່​ແຮ່ ຫວຽດນາມ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ​ປະຕິບັດ​ງານ​ສູນ​ກາງ ​ໄດ້​ລົງ​ກວດກາ​ວຽກ​ງານ​ຊັບພະຍາກອນ ສິ່ງ​ແວດ​ລ້ອມ​ຢູ່​ບໍລິສັດ​ຫຸ້ນ​ສ່ວນ ຖ່ານ​ຫີນ ນູຍ​ແບ໋ວ (Nui Beo), ​ໄປ​ສຳ​ຫຼວດ​ເຂດ​ປະຕິບັດ​ໂຄງການ​ຂຸດ​ຄົ້ນ​ຖ່ານ​ຫີນ ນູຍ​ແບ໋ວ (Nui Beo), ​ເຊິ່ງນອນ​ໃນ​​ເມືອງ ຮ່າ​ຕູ, ນະຄອນ ຮ້າ​ລອງ. ​ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​​ເນັ້ນ​ໜັກ​ວ່າ:

“​ເນື້ອ​ໃນ​ຈິດ​ໃຈ​ຕົ້ນ​ຕໍ່ຂອງ​ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງ​ທີ 11 ​ແມ່ນ ຫັນປ່ຽນ​ການ​ພັດທະນາຈາກ​ລວງ​ກ້ວາງ ​ເປັນການ​ພັດທະນາ​ສົມທົບ​ກັນລະຫວ່າງ​ລວງ​ກ້ວາງ ​ແລະ ລວງ​ເລີກຢ່າງ​​ເໝາະ​ສົມ, ເຕີບ​​ໂຕ​ໄວ​ແຕ່​ຕ້ອງໝັ້ນຄົງ. ໝັ້ນຄົງ​ໝາຍ​ຄວາມ​ວ່າຜະລິດ​ອອກ​ຕ້ອງ​ຂາຍ​ໄດ້​, ຮັກສາ​ສິ່ງ​ແວດ​ລ້ອມ, ຮັບປະກັນ​ຄວາມ​ປອດ​ໄພ, ​ເບິ່ງ​ແຍງ​ດູ​ແລ​​ເຖິງຊີວິດ​ຂອງ​ຄົນ​ງານ. ​ໃນ​​ໄລ​ຍະ​ປະຈຸ​ບັນ, ຕ້ອງພັດທະນາ​ຕາມ​ລວງ​ເລີກ, ມີ​ຄຸນ​ນະພາ​ບ, ປະສິດທິ​ຜົນ, ມີກຳລັງ​​ແກ້ງ​ແຍ້​ງ, ສຸມ​ໃສ່​ພັດທະນາ​ແບບ​ຍືນ​ຍົງ”

 

ຂ່າວ/ບົດ​ອື່ນ