ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດອີຣານ

(VOVWORLD) -ວັນທີ 16 ເມສາ ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟຸ໋ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ອີຣານ Ali Ardeshir Larijani ເຊິ່ງພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດອີຣານ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ອີຣານ Ali Ardeshir Larijani (ພາບ: TTXVN)

ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ຢືນຢັນວ່າ: ພັກ ແລະ ລັດ ຫວຽດນາມ ຍຶດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ,  ຫັນການພົວພັນກັບຕ່າງປະເທດເປັນຫລາຍຮູບຫລາຍແບບ ແລະ ຫລາຍຝ່າຍບົນພື້ນຖານບັນດາຫຼັກການຂອງກົດໝາຍສາກົນ, ສະເໝີພາບຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ສະແດງຄວາມຫວັງຢາກຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບ ອີຣານ, ທ່ານສະເໜີ 2 ປະເທດຄວນຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳໃຫ້ເໝາະສົມກັບທ່າແຮງ, ຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງຂອງແຕ່ລະຝ່າຍ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີພາກພື້ນ ແລະ ສາກົນ.

        ສ່ວນທ່ານປະທານສະພາແຫ່ງຊາດ ອີຣານ Ali Ardeshir Larijani ຢືນຢັນວ່າ: 2 ຝ່າຍຈະສືບຕໍໍ່ເສີມຂະຫຍາຍ ແລະ ຊຸກຍູ້ການພົວພັນມິດຕະພາບ ການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ, 2 ລັດ ແລະ ປະຊາຊົນ 2 ປະເທດ, ທ່ານສະເໜີ 2 ຝ່າຍສືບຕໍ່ນຳໃຊ້ບັນດາກາລະໂອກາດທ່າແຮງບົ່ມຊ້ອນອັນໃຫຍ່ຫລວງ ເພື່ອຊຸກຍູ້ການຮ່ວມມືພັດທະນາໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ