ເລຂາທິການໃຫຍ່ຄະນະບໍລິຫານງານສູນການພັກກອມມູນິດຫງວຽນຟູຈ້ອງເດີນທາງໄປຢ້ຽມຢາມສ.ຝລັ່ງຢ່າງເປັນທາງການ

(VOVWORLD) - ການຢ້ຽມຢາມໄດ້ດຳເນີນໃນສະພາບການຫວຽດນາມ ແລະ ຝລັ່ງ ສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຄົບຮອບ 5 ປີ, ພິເສດແມ່ນສະພາບການທີ່ຝລັ່ງ ແລະ ສະຫະພາບເອີຣົບ ພວມມີການປ່ຽນແປງຫຼາຍຢ່າງ

ເລຂາທິການໃຫຍ່ຄະນະບໍລິຫານງານສູນການພັກກອມມູນິດຫງວຽນຟູຈ້ອງເດີນທາງໄປຢ້ຽມຢາມສ.ຝລັ່ງຢ່າງເປັນທາງການ - ảnh 1ທູງຊາດຂອງຫວຽດນາມ - ຝລັ່ງ

(ພາບປະກອບ: TTXVN)

    ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສາທາລະນະລັດ ຝລັ່ງ Emmanuel Macron, ຕອນເຊົ້າວັນທີ 25 ມີນາ 2018,  ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ  ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ເດີນທາງອອກຈາກຮ່າໂນ້ຍໄປຢ້ຽມຢາມ ສ.ຝລັ່ງຢ່າງເປັນທາງການ. ການຢ້ຽມຢາມໄດ້ດຳເນີນໃນສະພາບການຫວຽດນາມ ແລະ ຝລັ່ງ ສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຄົບຮອບ 5 ປີ, ພິເສດແມ່ນສະພາບການທີ່ຝລັ່ງ ແລະ ສະຫະພາບເອີຣົບ ພວມມີການປ່ຽນແປງຫຼາຍຢ່າງ; ການຢ້ຽມຢາມຄັ້ງນີ້ເປັນຂີດໝາຍສຳຄັນ, ເປັນກາລະໂອກາດ ເພື່ອໃຫ້ບັນດາການນຳສອງຝ່າຍໄດ້ຫວນຄືນໄລຍະທາງທີ່ໄດ້ຜ່ານຜ່າ, ສ້າງທິດທາງເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຝລັ່ງ ໃນໄລຍະໃໝ່ໃຫ້ເລິກເຊິ່ງກວ່າ.  


ຕອບກັບ

ຂ່າວ/ບົດ​ອື່ນ