(vovworld)- ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມພົບປະ ລະຫວ່າງ ການນຳ AIPA-ASEAN, ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ຊຶ່ງດຳເນີນ ຢູ່ ສປປ ລາວ, ໃນຕອນບ່າຍ ວັນທີ 7/9, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍ ທ່ານ ຮອງປະທານສະພາແຫ່ງຊາດຫວຽດນາມ ນຳໜ້າໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ. ທີ່ການຕ້ອນຮັບ, ທ່ານ ບຸນຍັງ ວໍລະຈິດ ປາດຖະໜາວ່າ: ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການ, ຂອງສອງຝ່າຍຄວນເພີ່ມທະວີການແລກປ່ຽນບົດຮຽນໃຫ້ແກ່ກັນ, ປະກອບສ່ວນປະຕິບັດພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄຊ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງ, ຄວາມອີ່ມໜ້ສຳລານຢູ່ເຢັນເປັນສຸກ ໃຫ້ແກ່ປະຊາຊົນສອງປະເທດ. ສ່ວນ ທ່ານ ໂດ້ບ໋າຕີ້ ຢືນຢັນວ່າ: ປະຊາຊົນຫວຽດນາມ ມີຄວາມສາມັກຄີ, ຮຽງບ່າຮຽງໄຫຼ່ກັບລາວ ສືບຕໍ່ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ.