ເລຂາທິການໃຫຍ່ສປຊຮຽກຮ້ອງໃຫ້ຢຸດຕິທຸກການເຄື່ອນໄຫວດ້ານການທະຫານຢູ່ເຂດອ້ອມໂຮງງານໄຟຟ້ານິວເຄຼຍ Zaporozhye

(VOVWORLD) -ທ່ານຮຽກຮ້ອງໃຫ້ ບັນດາກຳລັງປະກອບອາວຸດຂອງສະຫະພັນ ລັດເຊຍ ແລະ ຢູແກຼນ ຢຸດຕິທຸກການເຄື່ອນໄຫວດ້ານທະຫານຢູ່ເຂດໃກ້ກັບໂຮງງານໄຟຟ້ານິວເຄຼຍ
ເລຂາທິການໃຫຍ່ສປຊຮຽກຮ້ອງໃຫ້ຢຸດຕິທຸກການເຄື່ອນໄຫວດ້ານການທະຫານຢູ່ເຂດອ້ອມໂຮງງານໄຟຟ້ານິວເຄຼຍ Zaporozhye - ảnh 1ໂຮງງານໄຟຟ້ານິວເຄຼຍ Zaporozhye
(ພາບ: TASS)

ວັນທີ 11 ສິງຫາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຍົກອອກຖະແຫຼງການບໍ່ຄວນນຳໃຊ້ໂຮງງານໄຟຟ້ານິວເຄຼຍ Zaporozhye ເປັນສ່ວນໜຶ່ງຂອງການກະທຳດ້ານການທະຫານ. ທ່ານຮຽກຮ້ອງໃຫ້ “ບັນດາກຳລັງປະກອບອາວຸດຂອງສະຫະພັນ ລັດເຊຍ ແລະ ຢູແກຼນ ຢຸດຕິທຸກການເຄື່ອນໄຫວດ້ານທະຫານຢູ່ເຂດໃກ້ກັບໂຮງງານໄຟຟ້ານິວເຄຼຍ ແລະ ບໍ່ນຳໃຊ້ບັນດາຮາກຖານ ແລະ ສິ່ງແວດລ້ອມທີ່ເປັນເປົ້າໝາຍຢູ່ເຂດອ້ອມແອ້ມເຂດນັ້ນ”.

ໃນວັນດຽວກັນ, ລັດເຊຍ ໄດ້ຮຽກໂຮມກອງປະຊຸມບໍ່ເປັນທາງການຂອງບັນດາສະມາຊິກສະພາຄວາມໝັ້ໜຄົງສະຫະປະຊາຊາດກ່ຽວກັບສະພາບການໃນປະຈຸບັນຂອງໂຮງງານໄຟຟ້ານິວເຄຼຍ Zaporozhye. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ Vasily Nebenzya, ຜູ້ຕາງໜ້າ ລັດເຊຍ ປະຈຳສະຫະປະຊາຊາດ ສະແດງຄວາມວິຕົກກັງວົນກ່ຽວກັບຄວາມໝັ້ນຄົງສາກົນຂອງໂຮງງານໄຟຟ້ານິວເຄຼຍດັ່ງກ່າວ ໃນສະພາບທີ່ຢູ່ອ້ອມແອ້ມເຂດນີ້ຖືກບຸກໂຈມຕີດ້ວຍປືນໃຫຍ່ຢ່າງຮຸນແຮງໃນ 2 – 3 ອາທິດຜ່ານມາ. ຕາມຝ່າຍ ລັດເຊຍ ແລ້ວ, ກອງທັບ ຢູແກຼນ ໄດ້ບຸກໂຈມຕີໃສ່ໂຮງງານນີ້ຫຼາຍຄັ້ງແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ