ເລຂາທິການໃຫຍ່ສະຫະປະຊາຊາດກ່າວເຕືອນກ່ຽວກັບບາດກ້າວຖອຍຫລັງໃນວິວັດທະນາການສັນຕິພາບຕາເວັນອອກກາງ

ເລຂາທິການໃຫຍ່ສະຫະປະຊາຊາດກ່າວເຕືອນກ່ຽວກັບບາດກ້າວຖອຍຫລັງໃນວິວັດທະນາການສັນຕິພາບຕາເວັນອອກກາງ - ảnh 1
ທ່ານ​ເລຂາທິການ​ໃຫຍ່
​ສະຫະ​ປະຊາ​ຊາດ Ban Ki-moon
(ພາບ: THX/TTXVN)

(vovworld) - ​ ວັນ​ທີ 15/09, ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki-moon ຮຽກ​ຮ້ອງ​ປະຊາ​ຄົມ​ສາກົ​ນ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍຍາມ ສົ່ງ​ເສີມ​ຊາວ​ອິດສະຣາ​ແອນ ​ແລະ ຊາວ ປາ​ແລດ​ສະຕິ​ນ ດຳ​ເນີນ​ບັນດາ​ມາດ​ຕະການ​ຈຳ​ເປັນ ​ເພື່​​ອ​ແກ້​ໄຂ​ການ​ປະ​ທະ​ກັນ​ທີ່ພວມຜັນ​ແປ​​ນັບ​ມື້​ນັບ​ຮ້າຍ​​ແຮງ. ທ່ານ Ban Ki-moon ​ໃຫ້​ຮູ້​ວ່າ: ​ໂດຍ​ບໍ່​ຫົວຊາ​ຕໍ່ບັນດາ​ຄຳ​ກ່າວ​ເຕືອນ​ຂອງ​ປະຊາ​ຄົມ​ສາກົນ, ບັນດາ​ການ​ນຳ ອິດສະ​ຣາ​ແອນ ​ແລະ ປາ​ແລດ​ສະຕິ​ນ ຍັງ​ບໍ່​ທັນ​ດຳ​ເນີນ​​ບັນດາ​ບາດກ້າວ​ທີ່ຈຳ​ເປັນ ​ເພື່ອ​ສ້າງສັນ​ຕິ​ພາບ. ທ່ານ​ເລຂາທິການ​ໃຫຍ່ Ban Ki-moon ກໍ່​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່ສະພາບ​ການ ​ເຊິ່ງທັງ 2 ຝ່າຍ​ລ້ວນ​ແຕ່​ຍົກ​ອອກ​ບັນ​ດາ​ຄຳ​​ເຫັນ ພຽງ​ແຕ່​ສ້າງ​ຄວາມ​ສົງ​​ໄສ​ໃຫ້​ກັນ​ເທົ່ານັ້ນ ກ່ຽວ​ກັບ​ບັນດາ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນຄັ້ງ​ທຳ​ອິດ​ໃນ 10 ປີຜ່ານ​ມາ ​ເຊິ່ງຄາດ​ຄະ​ເນ​ວ່າ ​ກ້​ຈະ​​​ດຳ​ເນີນຢູ່ຝັ່ງ​ຕາ​ເວັນ​ຕົກ ​ແລະ ​ເຂດ Gaza, ທ່ານ Ban Ki-moon ​ເນັ້ນ​ໜັກ​ວ່າ ຖ້າ​ຫາກ​ວ່າ ບັນດາ​ການ​ເລືອກ​ຕັ້ງ​ໄດ້ຮັບ​ການ​ດຳ​ເນີນ​ຕາມມາດຕະຖານ​ສາກົນ ນີ້​ອາດ​ຈະ​ແມ່ນ​ການ​ປ່ຽນ​ໃໝ່​ສຳຄັນ​ໃຫ້​ພື້ນຖານ​ປະຊາທິປະ​ໄຕ​ຂອງ ປາ​ແລດ​ສະຕິ​ນ ​ແລະ ​ແມ່ນ​ບາດກ້າວ​ທຳ​ອິດ​ຊຸກຍູ້​ຄວາມ​ສາມັກຄີ​ຂອງ​ຊາດ.

 

ຂ່າວ/ບົດ​ອື່ນ