ເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງຈະຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ

ເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງຈະຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ - ảnh 1
(​ເລຂາທິການ​ໃຫຍ່ ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ
​ກອມ​ມູນິດ ຫວຽດນາມ ຫງວຽນ​ຟຸ໋ຈ້ອງ)

(vovworld) – ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟຸ໋ຈ້ອງ ຈະ​ຢ້ຽມຢາມ ຍີ່ປຸ່ນ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 15 – 18/9 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ Shinzo Abe. ກ່ອນ​ທີ່​ຈະ​ເດີນທາງໄປ​ຢ້ຽມຢາມ, ທ່ານຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ຮ່ວາງ​ບິ່ງ​ກວນ ມີ​ບົດ​ຂຽນ​ລົງພິມໃນ​ໜັງສືພິມ ຍີ່ປຸ່ນ Japan Time ດ້ວຍ​ຫົວ​ຂໍ້ “ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ເປີດ​​ວິ​ໄສ​ທັດ​ໃຫ້​ການພັດທະນາ​ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ”. ​ຂຶ້ນຕົ້ນ​ບົດ​ຂຽນ, ທ່ານ ຮ່ວາງ​ບິ່ງ​ກວນ ສັງ​ເກດ​ວ່າ: ​​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ; ​ເສີມ​ຂະຫຍາຍ​ຜົນ​ປະ​ໂຫຍ​ດຄ້າຍຄື​ກັນ; ຍົກ​ສູງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ; ມານະ​ພະຍາຍາມ​ມຸ່ງ​​ໄປ​ເຖິງ​ອະນາຄົດ - ນັ້ນ​ແມ່ນ​ບັນດາ​ຈຸດ​ພົ້ນ​ເດັ່ນ ທີ່​ສາມາດ​ເຫັນ​ໄດ້​ງ່າຍ ​ເມື່ອ​ຫວນຄືນ​ໄລຍະ​ທາງ​ພັດທະນາ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ​ໃນ​ຊຸມ​ທົດ​ສະ​ວັດ​ຜ່ານ​ມາ.

        ​ໃນ​ບົດຂຽນ, ທ່ານ ຮ່ວາງ​ບິ່ງ​ກວນ ຖື​ວ່າ: ການ​ຢ້ຽມຢາມ ຍີ່ປຸ່ນ ຢ່າງ​ເປັນ​ທາງ​ການ ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽ​ນຟຸ໋ຈ້ອງ ​ໃນ​ມໍ່ໆ​ນີ້ ຈະ​ແມ່ນ​ຂີດ​ໝາຍ​ສຳຄັນ, ​ເປີດ​​ວິ​ໄສ​ທັດ​ໃໝ່, ຊຸດ​ຍູ້​ຮອບດ້ານ ​ແລະ ສ້າງ​ການ​ພົບ​ພັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ຍີ່ປຸ່ນ ​ເພື່ອ​ສັນຕິພາບ ​ແລະ ວັດທະນາ​ຖາວອນ ຢູ່ ອາຊີ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ” ກ່ວາ​ອີກ.

​  ໃນ​ຂະນະ​ນັ້ນ, ​ເມື່ອ​ຕອບ​ສຳພາດ​ນັກ​ຂ່າວ VOV, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫງວຽນ​ກວກ​ເກື່ອງ ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ ຍີ່ປຸ່ນ ຢ່າງ​ເປັນ​ທາງ​ການ​ໃນ​ອາທິດ​ໜ້າ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ. ການ​ຢ້ຽມຢາມ ​ເພື່​ອ​ແນ​ໃສ່​ສ້າງ​ການ​ພົວພັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​​ເຂິ່ງ, ກ້ວາງ​ຂວາງ” ຊຶ່ງ​ໄດ້ຮັບ​ການ​ສ້າງ​ຕັ້ງ​ແຕ່​ເດືອນ 3 /2014 ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ຍີ່​ປຸ່ນ ​ເພື່ອນຳ​ການ​ພົວພັນ 2 ປະ​ເທດ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ພັດ​ທະ​ນາ​ຮອບດ້ານ​ກ່ວາ​ອີກ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ໃຫ້​ຮູ້​ວ່າ: ບັນດາ​ຜູ້ນຳ​ ຍີ່ປຸ່ນ ຕ່າງ​ກໍຕີ​ລາຄາ​ສູງ​ທີ່​ຕັ້ງ ​ແລະ ບົດບາດ​ນັບ​ມື້​ນັບ​ສູງຂຶ້ນ​ຂອງ ຫວຽດນາມ ຢູ່​ພາກ​ພື້ນ ​ແລະ ສາກົນ. ດັ່ງ​ນັ້ນ ອາດ​ສາມາດ​ເວົ້າ​ໄດ້​ວ່າ: ທັງ 2 ຝ່າຍ​ຖື​ເປັນ​ສຳຄັນ​ທີ່​ສຸດ​ຄວາມ​ສາມາ​ດການ​ຢ້ຽມຢາມ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ