ທ່ານ ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ
|
(vovworld) - ຕອນເຊົ້າວັນທີ 31/3, ທີ່ສຳນັກງານສູນກາງພັກ, ຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ຈັດການປະຊຸມປຶກສາຫາລື, ປະກອບຄຳເຫັນກ່ຽວກັບບາງເນື້ອໃນ: ແຜນການກວດກາ, ຕິດຕາມກວດກາ, ກະຕຸກຊຸກຍູ້ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ບາງກະຊວງ, ຂະແໜງການ, ທ້ອງຖິ່ນໃນປີ 2015, ໝາກຜົນຄວາມຄືບໜ້າໃນການກວດກາ, ພິພາກສາ ແລະ ບັນດາຄວາມຫຍຸ້ງຍາກ, ສິ່ງຄົງຄ້າງກ່ຽວກັບບາງກໍລະນີ, ຄະດີໂດຍຄະນະຊີ້ນຳຕິດຕາມກວດກາ, ຊີ້ນຳ, ໝາກຜົນແຫ່ງການກວດກາ, ກຳແໜ້ນສະພາບການເຄື່ອນໄຫວສິນເຊື່ອຢູ່ ທະນາຄານການຄ້າແຫ່ງລັດ 4 ແຫ່ງ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ຫົວໜ້າຄະນະຊີ້ນຳ, ເນັ້ນໜັກເລື່ອງຄະນະຊີ້ນຳການກວດກາ, ຕິດຕາມກວດກາ, ກະຕຸກຊຸກຍູ້ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນໄລຍະຜ່ານມາໄດ້ຊ່ວຍຍົກສຸງສະຕິຄວາມຮັບຜິດຊອບຂອງຄະນະພັກ, ອົງການພັກ… ແລະ ບັນດາຜູ້ນຳໜ້າໃນວຽກງານສະກັດກັ້ນ ແລະ ພິເສດແມ່ນວຽກງານຄົ້ນພົບ, ແກ້ໄຂການສໍ້ລາດບັງຫຼວງ, ປັບປຸງ, ຍົກສູງປະສິດທິຜົນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂຶ້ນກັບຄວາມຮັບຜິດຊອບການຄຸ້ມຄອງລັດ ຂອງທ້ອງຖິ່ນ, ກະຊວງ, ຂະແໜງການ ແລະ ພາຍໃນ, ໄດ້ຮັບການຄວາມເອົາໃຈໃສ່ສະໜັບສະໜູນຈາກປະຊາຊົນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຮຽກຮ້ອງໃຫ້ບັນດາກະຊວງທີ່ກ່ຽວຂ້ອງຕ້ອງຍູ້ໄວຄວາມຄືບໜ້າ, ແກ້ໄຂບັນດາກໍລະນີ, ຄະດິສໍ້ລາດບັງຫຼວງທີ່ສັບສົນຢ່າງເຂັ້ມງວດ, ທັນການ, ພິເສດແມ່ນບັນດາຄະດີໂດຍຄະນະຊີ້ນຳ ຕິດຕາມກວດກາ, ຊີ້ນຳ.