ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫົງບລາວ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫົງບລາວ - ảnh 1
ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫົງບລາວ
(ພາບຈາກ ອິນເຕີເນັດ)


(vovworld) – ຕອນ​ບ່າຍ​ວັນ​ທີ 27/12, ຢູ່​ສຳນັກງານ​ສູນ​ກາງ​ພັກ​, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ​ໂດຍ​ທ່ານ​ເລຂາ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ທອງ​ບັນ ​ແສງ​ອາພອນ ນຳ​ໜ້າ​ພວມ​ຢູ່​ຢ້ຽມຢາມ ຫວຽດນາມ. ນະ​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ແດງ​ຄວາມ​ພາກພູ​ມ​ໃຈ​ຕໍ່​ການ​ພັດທະນາ​ອັນ​ດີ​ງາມ​ຂອງ​ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ສຳຄັນ​ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ 2 ປະ​ເທດ, ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ການ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຢູ່ ຫວຽດນາມ ຄັ້ງ​ນີ້ກໍ່​ຄື​ໝາກຜົນ​​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫຼວດ ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ. ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ: ​ໃນ​ສະຖານະ​ການ​ສາກົນ ​ແລະ ພາກ​ພື້ນ​​ປະຈຸ​ບັນນີ້, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ 2 ປະ​ເທດ​ຄວນ​ສືບ​ຕໍ່​​ເສີມ​ຂະຫຍາຍ​ມູນ​ເຊື້ອ​ດີງາມ, ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຢູ່​ແຕ່ລະ​ປະ​ເທດ, ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່ໄດ້​ຮັບ​ການລົງ​ນາມ​ແລ້ວຢ່າງ​ມີ​ປະສິທິຜົນ, ປະກອບສ່ວນ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ແຕ່​ລະ​ພັກ​ຢ່າງ​ມີ​ໄຊ.

 

ຂ່າວ/ບົດ​ອື່ນ