(ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ
ທ່ານປະທານາທິບໍດີ Olafur Ragnar Grimsson)
(vovworld) – ຕອນບ່າຍວັນທີ 4/11, ທີ່ການຕ້ອນຮັບທ່ານ Olafur Ragnar Grimsson ປະທານາທິບໍດີ ສ.ໄອແລນ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງໝາກຜົນແຫ່ງການເຈລະຈາລະຫວ່າງ ປະທານາທິບໍດີ ໄອແລນ ແລະ ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ກໍຄືບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມ ເພື່ອແນໃສ່ພັດທະນາການພົວພັນອັນດີງານທີ່ເປັນມູນເຊື້ອລະຫວ່າງ 2 ປະເທດກ່ວາອີກ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຖືວ່າ: ການຮ່ວມມືລະຫວ່າງ 2 ປະເທດມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ, 2 ຝ່າຍມີບັນດາທ່າແຮງທີ່ສາມາດໜູນຊ່ວຍເຊິ່ງກັນ ແລະ ກັນໃນວິວັດການຮ່ວມມື ແລະ ພັດທະນາໄດ້; ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ປາດຖະໜາວ່າ: 2 ປະເທດຈະຊຸກຍູ້ການຮ່ວມມືຫລາຍດ້ານ, ໃນນັ້ນມີບັນດາຂົງເຂດການຄ້າ - ການລົງທຶນ, ການສຶກສາ - ບຳລຸງສ້າງ, ພະລັງງານ ແລະ ສິ່ງແວດລ້ອມ.
ສ່ວນທ່ານປະທານາທິບໍດີ ໄອແລນ Olafur Ragnar Grimsson ຕີລາຄາສູງບັນດາຜົນງານສຳຄັນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນພາລະກິດປ່ຽນໃໝ່, ສ້າງສາ, ພັດທະນາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ ແລະ ຢືນຢັນວ່າ: ລັດຖະບານ ໄອແລນ ປາດຖະໜາຢາກ ເພີ່ມທະວີການພົວພັນກັບ ຫວຽດນາມ ໃນບັນດາຂົງເຂດ.