ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມແລະເຮັດວຽກຢູ່ເມືອງເລ້ຖູຍ,
ແຂວງກວາງບີ່ງ
|
(vovworld) – ຕອນບ່າຍວັນທີ 5/2, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ລົງຢ້ຽມຢາມ, ເຮັດວຽກຢູ່ຕາແສງໂລກຖູຍ, ເມືອງ ເລ້ຖູຍ, ແຂວງ ກວາງບີ່ງ, ກວດກາສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ກໍ່ສ້າງຊົນນະບົດໃໝ່, ວຽກງານສ້າງພັກ, ສ້າງລະບົບການເມືອງ ແລະ ຜັນຂະຫຍາຍຄຳສັ່ງເລກທີ 36 ຂອງກົມການເມືອງກ່ຽວກັບການປະຕິບັດກອງປະຊຸມໃຫຍ່ຄະນະພັກທຸກຂັ້ນ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫວັງວ່າ: ອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນຕາແສງ ໂລກຖູຍ, ເມືອງ ເລ້ຖູຍ ສືບຕໍ່ເສີມຂະຫຍາຍບັນດາຜົນງານ, ໝາກຜົນທີ່ບັນລຸໄດ້, ປຸກລຸກບັນດາຄວາມສາມາດບົ່ມຊ້ອນພັດທະນາເສດຖະກິດ - ສັງຄົມ, ກໍ່ສ້າງອົງຄະນະພັກປອດໄສ, ໝັ້ນຄົງ, ເຂັ້ມແຂງ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໄປຢ້ຽມຢາມຫໍບູຊາພົນເອກ ຫວໍງວຽນຢາບ ຢູ່ຕາແສງ ໂລກຖູຍ, ເມືອງ ເລ້ຖູຍ, ແຂວງ ກວາງບີ່ງ.
ກ່ອນໜ້ານັ້ນ, ຢູ່ແຂວງ ກວາງຈີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ວາງພວງມາລາ, ອາໄລຫາບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ ແລະ ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9.