ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງບາກລຽວ
|
(vovworld) - ໃນລະຫວ່າງວັນທີ 20 – 21/2, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ລົງຢ້ຽມຢາມ, ເຮັດວຽກຢູ່ແຂວງ ບາກລຽວ, ກວດກາສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດ, ສັງຄົມ, ວຽກງານກໍ່ສ້າງພັກໃນບໍລິເວນແຂວງ. ເມື່ອເຮັດວຽກກັບການນຳແຂວງ ບາກລຽວ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີໃຫ້ແຂວງ ບາກລຽວ ເອົາໃຈໃສ່ເຖິງປັບປຸງການວາງແຜນຜັງ, ແຜນການພັດທະນາຢ່າງຮອບດ້ານ, ເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງໃຫ້ສົມບູນແບບ. ຕາມທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລ້ວ, ກ່ອນອື່ນໝົດ, ແຂວງ ບາກລຽວ ຕ້ອງພັດທະນາພື້ນຖານເສດຖະກິດກະສິກຳຫັນເປັນສິນຄ້າມີຄຸນນະພາບສູງ. ພ້ອມນັ້ນ, ແຂວງ ບາກລຽວ ເອົາໃຈໃສ່ເປັນພິເສດເຖິງການພັດທະນາເສດຖະກິດທະເລ, ຫາປາໄກຝັ່ງ, ສົມທົບກັບການປົກປັກອະທິປະໄຕທະເລ, ໝູ່ເກາະ, ຄົ້ນຄ້ວາການພັດທະນາໄຟຟ້າແຮງລົມ, ສ້າງແຫຼ່ງພະລັງງານສະອາດ…
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 19/2, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໄປຢ້ຽມຢາມຮູບແບບການລ້ຽງກຸ້ງໃນຮົ່ມຂອງກຸ່ມບໍລິສັດ ຫວຽດ - ອົດສະຕາລີ, ໂຄງການໂຮງງານໄຟຟ້າແຮງລົມ ບາກລຽວ.