ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງສິ້ນສຸດການຢ້ຽມຢາມອາເມລິກາຢ່າງຈົບງາມ
(ພາບປະກອບຈາກ laodong.com.vn) |
(vovworld) – ຕອນບ່າຍວັນທີ 12/7, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ອາເມລິກາ ຢ່າງຈົບງາມຕາມຄຳເຊີນຂອງອຳນາດການປົກຄອງປະທານາທິບໍດີ Barack Obama. ໃນໄລຍະຢູ່ຢ້ຽມຢາມ ອາເມລິກາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເຈລະຈາກັບທ່ານປະທານາທິບໍດີ Barack Obama, ໃຫ້ການຕ້ອນຮັບຜູ້ຕາງໜ້າການຄ້າ Michael Froman, ຕ້ອນຮັບການນຳສາສະໜາຕ່າງໆ ອາເມລິກາ, ບັນດາສະມາຊິກສະພາແຫ່ງຊາດ ອາເມລິກາ. ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ມີບົດກ່າວປາໄສທີ່ສຳຄັນ ແລະ ແລກປ່ຽນກ່ຽວກັບການພົວພັນ ຫວຽດນາມ - ອາເມລິກາ ໃນໄລຍະພັດທະນາໃໝ່, ຢູ່ສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນ (CSIS)… ທີ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ພົບປະກັບທ່ານເລຂາທິການໃຫຍ່ ສປຊ Ban Ki Moon, ຢ້ຽມຢາມຄອບຄົວອະດີດປະທານາທິບໍດີ Bill Clinton, ພົບປະກັບຜູ້ຕາງໜ້າການນຳພັກກອມມູນິດ ອາເມລິກາ ແລະ ພົບປະກັບເພື່ອນມິດຝ່າຍຊ້າຍ ອາເມລິກາ…
ເນື່ອງໃນການຢ້ຽມຢາມຄັ້ງນີ້, 2 ຝ່າຍໄດ້ຮັບຮອງເອົາຖະແຫຼງການກ່ຽວກັບວິໄສທັດລວມໃນການພົວພັນ ຫວຽດນາມ - ອາເມລິກາ. 2 ຝ່າຍຢັ້ງຢືນສືບຕໍ່ຜັນຂະຫຍາຍການພົວພັນເລິກເຊິ່ງ, ໝັ້ນຄົງ ແລະ ແທດຈິງບົນພື້ນຖານເຄົາລົບກົດບັດ ສປຊ, ກົດໝາຍສາກົນ ແລະ ລະບອບການເມືອງ, ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ. 2 ຝ່າຍໃຫ້ຄຳໝັ້ນສັນຍາຊຸກຍູ້ຜົນປະໂຫຍດລວມ ແລະ ການຮ່ວມມືໃນຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ຢູ່ໃນໂລກ. 2 ຝ່າຍສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ແລະ ຮັບຮູ້ຄວາມສຳຄັນຂອງການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC), ພ້ອມທັງສະໜັບສະໜູນບັນດາຄວາມມານະພະຍາຍາມເພື່ອແນໃສ່ບັນລຸຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC).