(VOVWORLD) -ວັນທີ 08 ສິງຫາ, ໃນຂອບເຂດພິທີສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi ໄດ້ສະຫງວນເວລາຕອບຄຳສຳພາດຕໍ່ນັກຂ່າວ VOV.
(ທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi) |
ເມື່ອເວົ້າເຖິງຄວາມສາມາດບົ່ມຊ້ອນຂອງຫວຽດນາມ ໃນການດຳລົງຕຳແໜ່ງປະທານອາຊຽນ ໃນປີ 2020, ທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi ຖືວ່າ, ປີ 2020 ຈະແມ່ນປີສຳຄັນທີ່ສຸດສຳລັບຫວຽດນາມ ແລະ ອາຊຽນ.
“ຫວຽດນາມ ພັດທະນາຢ່າງວ່ອງໄວໃນຮອບເວລາ 15 ປີມານີ້, ພິເສດແມ່ນໃນການເຕີບໂຕດ້ານເສດຖະກິດ, ກາຍເປັນໜຶ່ງໃນບັນດາປະເທດມີການພັດທະນາດ້ານເສດຖະກິດຢ່າງແຮງຂອງພາກພື້ນ. ຄະນະເລຂາອາຊຽນ ຈະເຮັດວຽກກັບຫວຽດນາມ ໃນປີຈະມາເຖິງຢ່າງແໜ້ນແຟ້ນ. ຂ້າພະເຈົ້າລໍຖ້າປີເປັນປະທານຂອງຫວຽດນາມ ທີ່ສຸດ. ແລະນີ້ຈະແມ່ນປີສຳຄັນສຳລັບຫວຽດນາມ ແລະ ອາຊຽນ ໃນວິວັດທະນາການເຊື່ອມໂຍງເຂົ້າກັບໂລກ”.
ກໍ່ຕາມທ່ານ Dato Lim Jock Hoi ແລ້ວ, ໃນປີຈະມາເຖິງ ຫວຽດນາມ ຈະສືບຕໍ່ໂຄງການດຳເນີນງານຂອງໄທ ກ່ຽວກັບການພັດທະນາແບບຍືນຍົງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ສືບຕໍ່ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຂອງພາກພື້ນ, ເອົາໃຈໃສ່ເຖິງການປະຕິວັດອຸດສາຫະກຳ 4.0, ສຸມໃສ່ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ການສຶກສາ.