ເລຂາທິການໃຫຍ່ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນບັນດາສະມາ
ຄົມວັນນະຄະດີສິລະປະຫວຽດນາມຊຸດທີ9
|
(vovworld) – ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນບັນດາສະມາຄົມວັນນະຄະດີສິລະປະຫວຽດນາມ ຄັ້ງທີ 9 (ອາຍຸການ 2016 – 2021) ຖືກຈັດຕັ້ງໃນຕອນເຊົ້າວັນທີ 9/1, ຢູ່ຮ່າໂນ້ຍ. ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຍ້ອງຍໍຊົມເຊີຍບັນດາການປະກອບສ່ວນ, ການອຸທິດສ່ວນອັນໃຫຍ່ຫຼວງຕໍ່ປະເທດຊາດຂອງຖັນແຖວນັກສິປະປິນ ຫວຽດນາມ. ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ: ຍິ່ງກ່ວາເວລາໃດໝົດ, ວັນນະຄະດີ, ສິປະລະຕ້ອງປະກອບສ່ວນຫຼາຍກ່ວາອີກໃຫ້ແກ່ວຽກງານແນວຄິດ, ວັດທະນະທຳຂອງພັກ, ປະກອບສ່ວນປະຕິບັດບັນດາໜ້າທີ່ອັນໃຫຍ່ຫຼວງຂອງປະເທດຊາດໃນໄລຍະໃໝ່ຢ່າງມີປະສິດທິຜົນ. ນັກສີລະປິນແຕ່ລະຄົນຕ້ອງຕິດຕາມຊີວິດຕົວຈິງຢ່າງແໜ້ນແຟ້ນເພື່ອປະດິດແຕ່ງບັນດາບົດສ່ອງແສງເຖິງຊີວິດຕົວຈິງທີ່ສຸດ, ປະກອບສ່ວນຍົກສູງແນວຄິດ, ຈິດໃຈ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະຊາຊົນ ຫວຽດນາມ, ປຸກລຸກຄວາມເອກອ້າງທະນົງໃຈຕໍ່ຊາດ, ຄວາມຮັກຕໍ່ປະເທດຊາດໃນຊາວ ຫວຽດນາມ ແຕ່ລະຄົນ ແລະ ຄວາມເຊື່ອໝັ້ນຕໍ່ອຸດົມຄະຕິ ແລະ ແນວທາງຂອງພັກ.