ເລິມດົ່ງພັດທະນາຢ່າງໝັ້ນຄົງດ້ວຍການນຳໃຊ້ເຕັກໂນໂລຢີສູງໃນການຜະລິດກະສີກຳ
ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ໄປກວດກາ ແລະ ເຮັດວຽກຢູ່ແຂວງເລິມດົ່ງ
(ພາບ: chinhphu.vn)
(vovworld) -ໃນລະຫວ່າງວັນທີ 23-25/3, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ພ້ອມກັບຄະນະປະຕິບັດງານຂອງລັດຖະບານ ໄດ້ໄປກວດກາ ແລະ ເຮັດວຽກຢູ່ແຂວງເລິມດົ່ງ ກ່ຽວກັບການປະຕິບັດໜ້າທີ່ເສດຖະກິດ - ສັງຄົມ ແລະ ໂຄງການກໍ່ສ້າງຊົນນະບົດໃໝ່ຂອງແຂວງ. ທີ່ການເຮັດວຽກກັບການນຳແຂວງເລິມດົ່ງ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ເນັ້ນໜັກວ່າ: ທາງແຂວງຕ້ອງຜັນຂະຫຍາຍການປະຕິບັດຕາມທິດນຳໃຊ້ເຕັກໂນໂລຢີສູງເຂົ້າໃນການຜະລິດກະສີກຳ, ຂະຫຍາຍບັນດາຮູບແບບຜະລິດທີ່ມີປະສິດທິຜົນ ແລະ ຮູບແບບຮ່ວມສຳພັນລະຫວ່າງຊາວກະສີກອນກັບວິສາຫະກິດ, ສະຫະກອນໃນການຜະລິດ, ປຸງແຕ່ງ, ຮັກສາ, ຈຳໜ່າຍຜະລິດຕະພັນ. ຕາມທ່ານແລ້ວ, ເລິມດົ່ງຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ສາມາດພັດທະນາກວ່າອີກ, ຜະລິດຕະພັນກະເສດຂອງແຂວງສາມາດສົ່ງໄປຂາຍຢູ່ຕະຫຼາດໃໝ່ຫຼາຍແຫ່ງໄດ້. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ໃສ່ໃຈແຂວງເລິມດົ່ງ ຄວນກໍ່ສ້າງຊົນນະບົດໃໝ່ຕາມທິດແທ້ຈິງ, ໝັ້ນຄົງ, ໃນນັ້ນເອົາໃຈໃສ່ເຖິງວຽກງານວາງແຜນກຳນົດ.