ເຮືອບິນສຸ້ຮົບຂອງ ຊີຣີ
(ພາບ: PressTV)
|
(vovworld) – ການເຈລະຈາສັນຕິພາບກ່ຽວກັບວິວັດທະນາການສັນຕິພາບຢູ່ ຊີຣີ ໂດຍ ສປຊ ອຸປະຖຳ ໄດ້ຮັບການເຊື່ອມຕໍ່ຄືນໃໝ່ໃນວັນທີ 14/3, ຢູ່ເຊີແນວ, ປະເທດ ສະວິດ. ເຖິງວ່າ ການເຈລະຈາບໍ່ແນ່ນອນ ແຕ່ກໍ່ໄດ້ມີຄວາມຫວັງວ່າຈະຊ່ວຍຊອກຫາມາດຕະການເພື່ອຢຸດຕິການປະທະກັນຢ່າງນອງເລືອດ ທີ່ແກ່ຍາວຕະຫຼອດເວລາ 5 ປີຜ່ານມາຢູ່ ຊີຣີ. ໃນນັ້ນ, ຄາດວ່າຝ່າຍຕ່າງໆຈະປຶກສາຫາລືຄວາມສາມາດດຳເນີນການເລືອກຕັ້ງປະທານາທິບໍດີ ແລະ ສະພາແຫ່ງຊາດໃນຮອບເວລາ 18 ເດືອນຈະມາເຖິງ. ເຖິງຢ່າງໃດກໍຕາມ, ມາຮອດປະຈຸບັນ, ຄວາມບໍ່ລົງລອຍກັນອັນໃຫຍ່ຫຼວງທີ່ສຸດນັ້ນຍັງແມ່ນອະນາຄົດຂອງທ່ານປະທານາທິບໍດີ Bashar Al Assad ຢູ່. ອີກເທື່ອໜຶ່ງ, ອຳນາດການປົກຄອງ Damas ໄດ້ຖະແຫຼງປະຕິເສດການເຈລະຈາກ່ຽວກັບການດຳເນີນການເລືອກຕັ້ງປະທານາທິບໍດີ ກ່ອນກຳນົດເວລາ ເພື່ອແທນໃຫ້ທ່ານປະທານາທິບໍດີຄົນປະຈຸບັນ Bashar Al Assad. ໃນຂະນະນັ້ນ, ກຳມາທິການເຈລະຈາຂັ້ນສູງ (HNC), ເຊິ່ງລວມມີຜູ້ຕາງໜ້າບັນດາກຸ່ມຝ່າຍຄ້ານຕົ້ນຕໍຂອງ ຊີຣີ ພັດຮຽກຮ້ອງບໍ່ໃຫ້ປະທານາທິບໍດີ Bashar Al Assad ບໍ່ໄດ້ເຂົ້າຮ່ວມລັດຖະບານຂ້າມຜ່ານ. ບັນດາຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງດັ່ງກ່າວນັ້ນໄດ້, ເຮັດໃຫ້ການເຈລະຈາຍາກທີ່ຈະບັນລຸບາດກ້າວບຸກທະລຸໄດ້.