(vovworld) – ບັ້ນຂົນຂວາຍຫາສຽງເລືອກຕັ້ງຢູ່ 12 ລັດຂອງ ເມກຊີໂກ ໄດ້ເລີ່ມດຳເນີນໃນວັນທີ 3/4. ຢູ່ລັດ Tlaxcala, ບັ້ນຂົນຂວາຍຫາສຽງເລືອກຕັ້ງເລີ່ມຕົ້ນແຕ່ວັນທີ 4/4. ບັນດາພັກການເມືອງຈະເລີ່ມຊ່ວງເສັງເພື່ອຍາດເອົາ 1.304 ທີ່ນັ່ງຢູ່ອຳນາດການປົກຄອງທ້ອງຖິ່ນ, ໃນນັ້ນມີຜູ້ວ່າການລັດ 12 ທີ່ນັ່ງ, ໃນວັນທີ 5/6 ຈະມາເຖິງ. ລັດ Baja California ແລະ ນະຄອນຫຼວງ ເມກຊີໂກ ຊີຕີ ຈະບໍ່ເລືອກຕັ້ງຜູ້ນຳໜ້າ. ພັກປະຕິວັດລະບອບ (PRI) ກຳອຳນາດ ແລະ ສຳພັນທະມິດແມ່ນພັກຂຽວ - ສິ່ງແວດລ້ອມ (PVEM) ຈະຫາສຽງເລືອກຕັ້ງຢູ່ລັດທັງໝົດ. ສ່ວນພັກ PRI ກໍ່ໄດ້ຮ່ວມສຳພັນກັບພັກສຳພັນທະມິດໃໝ່ (PANAL) ຢູ່ທຸກໆທ້ອງຖິ່ນ, ເວັ້ນເສຍແຕ່ລັດ Puebla. ພັກເຄື່ອນໄຫວແຫ່ງຊາດ (PAN) ແລະ ພັກປະຕິວັດປະຊາທິປະໄຕ (PRD) ຈະປະເຊີນໜ້າກັບ PRI ຢູ່ 9 ລັດ.