ເລີ່ມດຳເນີນລາຍການຮ່ວມແຮງຮ່ວມໃຈເພື່ອກຳລັງກາຍມືດ້ານຮ່າງກາຍຫວຽດນາມ
ລາຍການຮ່ວມແຮງຮ່ວມໃຈເພື່ອກຳລັງກາຍຫວຽດນາມ
(ພາບ: baomoi.com)
(vovworld) – ຕອນຄໍ່າວັນທີ 04/09, ຢູ່ຮ່າໂນ້ຍ, ທີ່ພິທີເລີ່ມດຳເນີນລາຍການ ຮ່ວມແຮງຮ່ວມໃຈເພື່ອກຳລັງກາຍຫວຽດນາມ ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດຫວຽດນາມ ແຂ່ງຂັນກັນຜະລິດ ເພື່ອມີຜະລິດຕະພັນນຳ້ນົມບັນລຸຄຸນນະພາບສູງ, ລາຄາເໝາະສົມຢ່າງຫຼວງຫຼາຍໃຫ້ນັກຮຽນ; ບັນດາອົງການຈັດຕັ້ງສັງຄົມ, ບັນດາຜູ້ໃຈບຸນພ້ອມກັນແບ່ງປັນກ່ຽວກັບດ້ານການເງິນເພື່ອໃຫ້ເດັກທຸກຍາກໄດ້ດຶ່ມນ້ຳນົມໂດຍບໍ່ເສຍຄ່າ.
ໃນຂະນະນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃຫ້ຮູ້ວ່າ: ລາຍການຮ່ວມແຮງຮ່ວມໃຈເພື່ອກຳລັງກາຍຫວຽດນາມ ເລີ່ມດຳເນີນໃນມືນີ້ ພ້ອມກັບລາຍການນ້ຳນົມໃຫ້ນັກຮຽນ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນນັ້ນຈະຊ່ວຍຍົກສູງກຳລັງກາຍ ແລະ ພູມປັນຍາຂອງຊາວຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີເຊື່ອໝັ້ນວ່າ ດ້ວຍການເຂົ້າຮ່ວມຂອງທຸກຂັ້ນ, ທຸກຂະແໜງການ, ຂອງປະຊາຄົມວິສາຫະກິດ ແລະ ທົ່ວສັງຄົມ, ກຳລັງກາຍ ແລະ ພູມປັນຍາຂອງຊາວຫວຽດນາມ ຈະໄດ້ຍົກສູງ ແລະ ນັບມື້ນັບດີຂຶ້ນ.