ເລີ່ມດຳເນີນຮອບເຈລະຈາໃໝ່ກ່ຽວກັບRCEPຢູ່ຍີ່ປຸ່ນ

ເລີ່ມດຳເນີນຮອບເຈລະຈາໃໝ່ກ່ຽວກັບRCEPຢູ່ຍີ່ປຸ່ນ - ảnh 1
ກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບຄູ່ຮ່ວມມືເສດຖະກິດ
ຮອບດ້ານພາກພື້ນ
(ພາບ:THX/TTXVN)

(vovworld) – ວັນ​ທີ 8/6, ຢູ່​ນະຄອນ Kyoto, ປະ​ເທດ ຍີ່ປຸ່ນ, 16 ປະ​ເທດ​ ອາຊີ-​ປາຊີ​ຟິກ ​ໄດ້​ເລີ່​ມຕົ້ນ​ຮອບ​ເຈລະຈາ​ຄັ້ງ​ທີ 8 ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP) ​ເພື່ອ​ແນ​ໃສ່​ຮັດ​ແຄບ​ຄວາມ​ແຕກ​ຕ່າງ​ກັນ ​ແລະ ມຸ່ງ​ໄປ​ເຖິງ​ເລື່ອງ​ບັນລຸ​ໄດ້​ຂໍ້​ຕົກລົງ​ກ້ວາງ​ຂວາງ​ກ່ວາ​ໃນ​ທ້າຍ​ປີ 2015. ​ໃນ 6 ​ວັນ​ດຳ​ເນີນການ​ເຈລະຈາ, ​ເຈົ້າ​ໜ້າ​ທີ່ 10 ປະ​ເທດ​ສະມາຊິກ​ຂອງ​ສະຫະ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEAN) ​ແລະ 6 ປະ​ເທດ​​ອື່ນໃນ​ນັ້ນ​ມີ ຈີນ, ຍີ່ປຸ່ນ ​ແລະ ອິນ​ເດຍ ຈະ​ມານະ​ພະຍາຍາມ​ບັນລຸ​ໄດ້​​ຄາດໝາຍ​ຍົກ​ເລີກ​ຮົ້ວ​​ພາສີ​ ກ່ອນ​ທີ່​ດຳ​ເນີນ​ຮອບ​ເຈລະຈາ​ລະອຽດ​ກ່ວາ. ​ເຖິງ​ວ່າ​ບໍ່​ທັນ​ແນ່​ນອນກ່ຽວ​ກັບ​ແງ່​ຫວັງ​ຂອງ​ຄາດໝາຍດັ່ງກ່າວ​ໃນອະນາຄົດ​ກໍ​ຕາມ, ​ແຕ່ 16 ປະ​ເທດ​ເຂົ້າ​ຮ່ວມ RCEP ຍັງ​ຄົງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ ກ່ຽວ​ກັບ​ຄວາມ​ຫວັງຂອງ​ຄາດໝາຍນີ້. ຍີ່ປຸ່ນ ​ແລະ ບັນ​ດາ​ປະ​ເທດ​ສະມາຊິກ ASEAN ​ໄດ້​ສະ​ເໜີ​ຍົກ​ເລີກ​ພາສີ​​ສຳລັບ 80% ​ຜະລິດ​ຕະພັນ​ສົ່ງ​ອອກຊະນິດ​ຕ່າງໆ, ​ໃນ​ຂະນະ​ນັ້ນ ຈີນ, ອິນ​ເດຍ ​ແລະ ສ.​ເກົາຫຼີ ພັດ​ຢາກ​ ຍົກ​ເລີກ​ພາສີໃນ​​ລະດັບ 40% ​ເພື່ອ​ຮັກສາ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ພາຍ​ໃນ​ປະ​ເທດ. ຄາດ​ວ່າ​ບັນດາ​ສະມາຊິກ​ເຂົ້າ​ຮ່ວມ RCEP ພວມວາງ​ແຜນການ​ຈັດ​ຕັ້ງ​ການ​ປະຊຸມ​ຂັ້ນ​ລັດຖະມົນຕີ​ຕ່າງໆໃນ 2 ​ເດືອນ​ຈະ​ມາ​ເຖິງ ​ເພື່ອ​ແນ​ໃສ່​ຍູ້​ໄວ​ວິວັດ​ການ​ເຈລະຈາ.


ຂ່າວ/ບົດ​ອື່ນ