ເລີ່ມຕົ້ນ“ກອງປະຊຸມໂຕະມົນເອກະພາບແຫ່ງຊາດ”ຢູ່ຢູແກຼນ

ເລີ່ມຕົ້ນ“ກອງປະຊຸມໂຕະມົນເອກະພາບແຫ່ງຊາດ”ຢູ່ຢູແກຼນ - ảnh 1
ທະຫານ ຢູແກຼນ ຢູ່ໃກ້ກັບແຂວງ Slavyansk, ທາງທິດຕາເວັນອອກ Ukraine
(ພາບ: EPA)

(vovworld) – ​ວັນທີ 14/5, ສະພາແຫ່ງຊາດ ຢູແກຼນ, ໄດ້ດຳເນີນ “ກອງປະຊຸມ ໂຕະມົນເອກະພາບ​ແຫ່ງຊາດ”, ​ເຊິ່ງໄດ້ຮັບການຈັດຕັ້ງຕາມຂໍ້ສະເໜີກ່ອນນັ້ນຂອງ ທ່ານປະທານາທິບໍດີຊົ່ວຄາວ ຢູ​ແກຼນ Aleksander Turchynov ​ແລະ ທ່ານ​ນາຍົກລັດຖະມົນຕີຊົ່ວຄາວ Arseni Yasenyuk. ກອງ​ປະຊຸມ​ໄດ້​ສຸມ​ໃສ່​ປຶກສາ​ຫາລື 5 ບັນຫາ​ຕົ້ນ​ຕໍ່​ແມ່ນ​ປະຕິຮູບລັດຖະທຳ​ມະນູນ, ​ແບ່ງ​ຂັ້ນ​ອຳນາດ​ການ​ປົກຄອງ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ນະ​ໂຍບາຍ​ເສດຖະກິດ ​ແລະ ນະ​ໂຍບາຍ​ມະນຸດສະທຳ.

    ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຊົ່ວຄາວ ຢູ​ແກຼນ ຖະ​ແຫຼ​ງວ່າ: ໜ້າ​ທີ່​ປະ​ຫວັດ​ສາດ​ສຳຄັນ​ທີ່​ສຸ​ດຂອງ ກີ​ແອ​ບ​ ​ໃນ​ປະຈຸ​ບັນ​ແມ່ນ​ຮັກສາ​ສັນຕິພາບ. ໜ້າ​ທີ່​ນີ້​ຄວນ​ໄດ້​ຮັບ​ການ​ແກ້​​ໄຂ​ດ້ວຍ​ເສັ້ນທາງ​ການ​ເມືອງ ​ແລະ ການ​ທູດ. ຜູ້​ຮັກສາ​ການນາຍົກລັດຖະມົນຕີ ທ່ານ Yatsenyuk ກໍ່​ຖະ​ແຫຼ​ງລັດຖະບານ​ຈະ​ພິຈາລະນາ​ປັບປຸງ​ລັດຖະທຳ​ມະນູນ ​ເຊິ່ງອາດ​ສາມາດ​ແບ່ງ​ຂັ້ນ​ອຳນາດ​ການ​ປົກຄອງ​ຢ່າງ​ດຸ່ນດຽງ​ລະຫວ່າງ​ສູນ​ກາງ ​ແລະ ​ທ້ອງ​ຖີ່​ນ. ນອກຈາກ​ນັ້ນ, ທ່ານ​ຍັງ​ເນັ້ນ​ໜັກ​ວ່າ ຕ້ອງ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ທີ່ຈະ​ມາ​ເຖິງ​ຢ່າງ​ຊື່​ຕົງ ​ແລະ ກະຈ່າງ​ແຈ້ງ.


ຂ່າວ/ບົດ​ອື່ນ