ພາບປະກອບ
|
(vovworld) – ວັນທີ 26/3, ເວທີປາໄສອາຊີ ປົວຢາວ ໄດ້ເລີ່ມຈັດບັນດາວາລະປຶກສາຫາລືໃນຂອບເຂດການເຄື່ອນໄຫວຕົ້ນຕໍຂອງເວທີປາໄສ. ດ້ວຍຫົວຂໍ້ “ອະນາຄົດໃໝ່ຂອງອາຊີ: ມຸ່ງໄປເຖິງປະຊາຄົມຮ່ວມຊະຕາກຳດຽວ”, ນອກຈາກວາລະໄຂໃນວັນທີ 28/3, ເວທີປາໄສປີນີ້ໄດ້ຈັດ 2 ວາລະປະຊຸມຄົບຄະນະ ແລະ 77 ວາລະປືກສາຫາລື, ປະຊຸມເປັນກຸ່ມ ແລະ ປະຊຸມໂຕະມົນ, ປຶກສາຫາລື 6 ເນື້ອໃນຕົ້ນຕໍແມ່ນເສດຖະກິດມະຫາພາກ, ຮ່ວມມືພາກພື້ນ, ຫັນປ່ຽນຂະແໜງອາຊີບ, ປະດິດສ້າງດ້ານເຕັກນິກ, ຄວາມໝັ້ນຄົງດ້ານການເມືອງ ແລະ ການຊ່ວຍເຫຼືອສັງຄົມ.
ເວທີປາໄສຄັ້ງນີ້ກໍ່ເລີ່ມເປັນການເຄື່ອນໄຫວ “ປີຮ່ວມມືກ່ຽວກັບທະເລ ຈີນ - ອາຊຽນ”, ດ້ວຍຈຸດປະສົງ ສ້າງບັນຍາກາດສັນຕິພາບ ແລະ ສ້າງສາ, ໄກເກ່ຍຄວາມບໍ່ລົງລອຍກັນ, ເພີ່ມທະວີຄວາມຮັບຮູ້ລວມ, ຊຸກຍູ້ການຮ່ວມມືທະເລໃນເຂດທະເລຕາເວັນອອກ ແລະ ມະຫາສະໝຸດ ອິນເດຍ.
ຕາມບົດລາຍງານຂອງຄະນະຈັດຕັ້ງ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ປະມຸກລັດ, ບັນດາຜູ້ນຳໜ້າລັດຖະບານຂອງ 6 ປະເທດຈະເຂົ້າຮ່ວມວາລະໄຂກອງປະຊຸມ. ນອກຈາກນັ້ນ, ຍັງມີປະມານເຈົ້າໜ້າທີ່ຂັ້ນລັດຖະມົນຕີ ແລະ ທຽບເທົ່າ ປະມານ 80 ທ່ານ, ຜູ້ຕາງໜ້າບັນດາວິສາຫະກິດຂະໜາດໃຫຍ່ຂຶ້ນກັບ Top 500 ວິສາຫະກິດອັນດັບໜຶ່ງຂອງໂລກ 60 ທ່ານ, ແລະຜູ້ແທນເຂົ້າຮ່ວມເວທີປາໄສຢ່າງເປັນປະມານ 1700 ທ່ານ.